ຄະນະຜູ້ແທນຂັ້ນສູງພັກແນວໂຮມປົດປ່ອຍປະເທດຊາດຊານດີໂນຢ້ຽມຢາມ ຫວຽດນາມ
03/04/2013 08:23
ຕອນບ່າຍວັນທີ 2/4, ຢູ່ສຳນັກງານສູນກາງພັກ, ທ່ານ ເລຮົ່ງແອງ ຜູ້ປະຈຳຄະນະເລຂາສູນກາງ ໄດ້ຕ້ອນຮັບທ່ານ Ha xin to Xoa ret ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກແນວໂຮມປົດປ່ອຍຊາດ ຊານດີໂນ

ຄະນະພົວພັນຕ່າງປະເທດສູນກາງພັກແນວໂຮມປົດປ່ອຍຊາດ ຊານດີໂນ ຢ້ຽມຢາມສຸສານປະທານໂຮ່ຈິມິນ ພາບ:TTXVN (vovworld) - ຕອນບ່າຍວັນທີ 2/4, ຢູ່ສຳນັກງານສູນກາງພັກ, ທ່ານ ເລຮົ່ງແອງ ຜູ້ປະຈຳຄະນະເລຂາສູນກາງ ໄດ້ຕ້ອນຮັບທ່ານ Ha xin to Xoa ret ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກແນວໂຮມປົດປ່ອຍຊາດ ຊານດີໂນ(FSLN), ຫົວຫນ້າກຳມາທິການສະພາແຫ່ງຊາດ ນີກາຣາກວາ ທີ່ພວມຢ້ຽມຢາມແລະ ເຮັດວຽກຢູ່ ຫວຽດນາມ. ທ່ານ ເລຮົ່ງແອງ ໄດ້ຊົມເຊີຍບັນດາໄຊຊະນະທີ່ພັກ FSLN ແລະ ປະຊາຊົນ ນີກາຣາກວາ ຍາດມາໄດ້ໃນໄລຍະຜ່ານມາ, ເປັນຕົ້ນແມ່ນໄຊຊະນະຂອງການເລືອກຕັ້ງປະທານາທິບໍດີເມື່ອເດືອນ 11/2011, ຕີລາຄາສູງບັນດາການປະກອບສ່ວນຂອງພັກ FSLN ເຂົ້າໃນໄຊຊະນະຂອງຂະບວນການຝ່າຍຊ້າຍ ອາເມລີກາລາຕີນ. ທ່ານ ເລຮົ່ງແອງ ມີຄວາມເຊື່ອໝັ້ນວ່າ: ໃນໄລຍະຈະມາເຖິງ, ພັກ FSLN ແລະ ປະຊາຊົນ ນີກາຣາກວາ ຈະຍາດໄດ້ຜົນງານອັນໃຫຍ່ຫລວງຫລາຍຢ່າງໃນພາລະກິດຕໍ່ສູ້ຂອງຕົນກວ່າອີກ. ສ່ວນທ່ານ Ha xin to Xoa ret ໄດ້ເນັ້ນຫນັກເຖິງຄວາມໝາຍອັນໃຫຍ່ຫລວງຂອງບັນດາໄຊຊະນະ ຊື່ງປະຊາຊົນ ຫວຽດນາມຍາດມາໄດ້ໃນການຕໍ່ຕ້ານຕ້ານຈັກກະພັດອາເມລິກາສຳລັບຂະບວນການປົດປ່ອຍຢູ່ ນີກາຣາກວາ ແລະ ອາເມລິກາລາຕີນ ພ້ອມທັງສະແດງຄວາມປາດຖະຫນາຢາກຊຸກຍູ້ການພົວພັນສາມັກຄີ, ມິດຕະພາບ, ການຮ່ວມມືສອງຝ່າຍລະຫວ່າງສອງພັກ ແລະ ປະຊາຊົນສອງປະເທດກວ່າອີກ.
TAG
ແນວໂຮມປົດປ່ອຍຊາດ
Related






