VOV WorldVOV World
ຄັ້ງທໍາອິດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສາກົນ VPPC’ 2019
15/10/2019 09:53
(VOVWORLD) - ກອງປະຊຸມສາກົນ VPPC’ 2019 (Vehicle Power and Propulsion Conference), ເຊິ່ງເປັນກອງປະຊຸມສາກົນສໍາຄັນແຖວໜ້າໃນຂົງເຂດພະລັງງານ ແລະ ການບັງຄັບບັນດາຍານພາຫະນະທີ່ນໍາໃຊ້ໄຟຟ້າ ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 15 ຕຸລາ ຢູ່ຮ່າໂນ້ຍ. ດ້ວຍຫົວຂໍ້ “ເຊື່ອມຕໍ່ການຈາລະຈອນໃນອະນາຄົດ”, ກອງປະຊຸມດັ່ງກ່າວ ດໍາເນີນຮອດວັນທີ 17 ຕຸລາ ຈຶ່ງອັດລົງ ດ້ວຍການເຂົ້າຮ່ວມຂອງຜູ້ແທນ 240 ທ່ານ ທີ່ມາຈາກ 31 ປະເທດ.
ຄັ້ງທໍາອິດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສາກົນ VPPC’ 2019
        ຫວຽດນາມ ເປັນກຽດທີ່ໄດ້ຄັດເລືອກເປັນປະເທດເຈົ້າພາບຈັດຕັ້ງບັນດາລາຍການຂອງກອງປະຊຸມສໍາຄັນນີ້ ຈາກ ອົງການວິສະວະກອນໄຟຟ້າ, ເອເລັກໂຕນິກສາກົນ (IEEE). ກອງປະຊຸມດັ່ງກ່າວ ຖືກຈັດຂຶ້ນແບບໝູນວຽນຜ່ານບັນດາທະວີບ:  ເອີຣົບ, ອາເມລິກາ, ອາຊີ - ປາຊີຟິກ. IEEE – VPPC ຄັ້ງທີ 16 ແມ່ນກອງປະຊຸມທໍາອິດທີ່ຈັດຂຶ້ນຢູ່ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້. ໂດຍມີບົດກ່າວປາໄສຂອງນັກຊ່ຽວຊານ 5 ບົດ, 2 ບົດອະທິບາຍລົງເລິກ 2 ບົດ ແລະ ບົດລາຍງານ 238 ບົດ ຈະໄດ້ສະເໜີໃນ 28 ວາລະຂອງກອງປະຊຸມ, VPPC’ 2019 ໄດ້ກາຍເປັນກອງປະຊຸມໃຫຍ່ອັນດັບທີ 2 ໃນປະຫວັດສາດ 16 ປີຜ່ານມາ.         ລົດໂອໂຕໄຟຟ້າ ໄດ້ຮັບຖືວ່າ ຈະແມ່ນພາຫະນະຈາລະຈອນຂອງມວນມະນຸດໃນອະນາຄົດອັນໃກ້ໆນີ້ ເພື່ອປ່ຽນແທນໃຫ້ລົດໂອໂຕໃຊ້ນໍ້າມັນຄືໃນປັດຈຸບັນ ຍ້ອນບັນຫາແຫຼ່ງນໍ້າມັນເຊື້ອເພີງຈາກທໍາມະຊາດຖືກໝົດກ້ຽງ ແລະ ກໍ່ພົນລະພິດສິ່ງແວດລ້ອມ. ບັນດາປະເທດ ລ້ວນແຕ່ມີໂຄງການແຫ່ງຊາດກ່ຽວກັບການພັດທະນາລົດໄຟຟ້າ. ຢູ່ຫວຽດນາມ  ກໍມີບາງໂຄງການຄົ້ນຄວ້າກ່ຽວກັບລົດໂອໂຕໄຟຟ້າ. ເຖິງຢ່າງໃດກໍຕາມ ເມື່ອທຽບໃສ່ກັບໂລກ, ຫວຽດນາມ ຫາກໍຢູ່ໃນຂັ້ນຕອນເລີ່ມຕົ້ນ ເທົ່ານັ້ນ. ດັ່ງນັ້ນ, ກອງປະຊຸມຄັ້ງນີີ້ ແມ່ນໂອກາດທີ່ດີ ເພື່ອໃຫ້ວົງການນັກວິທະຍາສາດ ແລະ ອຸດສາຫະກໍາພາຍໃນປະເທດ ໄດ້ສໍາຜັດໂດຍກົງກັບ ບັນດານັກຊ່ຽວຊານແຖວໜ້າ ແລະ ບັນດາຜົນງານຫຼ້າສຸດຂອງເຕັກໂນໂລຢີລົດໄຟຟ້າ. 
TAG
VOV/VOVworld/VPPC’/ລົດໄຟຟ້າ