ຄວາມເຄັ່ງຕຶງຢູ່ໄທຫລຸດລົງ
04/12/2013 09:03
(vovworld)-ພາຍຫລັງຄວາມເຄັ່ງຕືງປີ້ນຂັ້ນໄດມາເປັນເວລາຫລາຍມື້, ຄວາມເຄັ່ງຕຶງຢູ່ນະຄອນຫລວງ ບາງກອກປະເທດໄທ ຫລຸດລົງພໍສົມຄວນ

ຕຳຫລວດມອບດອກໄມ້ໃຫ້ແກ່ຜູ້ແຫ່ຂະບວນປະທ້ວງ ພາບ:internet (vovworld)-ພາຍຫລັງຄວາມເຄັ່ງຕືງປີ້ນຂັ້ນໄດມາເປັນເວລາຫລາຍມື້, ຄວາມເຄັ່ງຕຶງຢູ່ນະຄອນຫລວງ ບາງກອກປະເທດໄທ ຫລຸດລົງພໍສົມຄວນ ເມື່ອລັດຖະບານໄທ ອອກຄຳສັ່ງໃຫ້ແກ່ຕຳຫລວດຢຸດຕິການປະເຊີນຫນ້າກັບຜູ້ແຫ່ຂະບວນປະທ້ວງ. ກ່າວຄຳເຫັນທີ່ສຳນັກງານຕຳຫລວດແຫ່ງຊາດໃນວັນທີ 3/12, ທ່ານນາງນາຍົກລັດຖະມົນຕີ ໄທ ຍີ່ງຣັກ ຊີນະວັດ ໄດ້ຢືນຢັນ: ສະພາບເຄັ່ງຕຶງໄດ້ຫລຸດລົງພໍສົມຄວນ ເຖິງວ່າ ບໍ່ທັນກັບຄືນສູ່ຄວາມເປັນປົກກະຕິໄດ້. ທ່ານນາງນາຍົກລັດຖະມົນຕີ ໄທ ເນັ້ນຫນັກວ່າ: ລັດຖະບານ ຈະບໍ່ນຳໃຊ້ການໃຊ້ຄວາມຮຸນແຮງຕໍ່ຜູ້ແຫ່ຂະບວນປະທ້ວງ ພ້ອມທັງຮຽກຮ້ອງບັນດາຜູ້ແຫ່ຂະບວນປະທ້ວງດຳເນີນການເຈລະຈາກັບລັດຖະບານໂດຍໄວ ຜ່ານເວທີປາໄສປະຊາຊົນ. ທ່ານນາງ ຍິ່ງຣັກ ຊີນະວັດ ອອກຖະແຫລງການດັ່ງກ່າວພາຍຫລັງຕຳຫລວດອະນຸຍາດໃຫ້ຜູ້ແຫ່ຂະບວນປະທ້ວງເຂົ້າບໍລິເວນສຳນັກງານລັດຖະບານ ແລະ ສຳນັກງານຕະຫລວດແຫ່ງຊາດຢູ່ນະຄອນຫລວງ ບາງກອກ.
TAG
vovworld/vov/ແຫ່ຂະບວນປະທ້ວງ
Related






