VOV WorldVOV World
ກອງປະຊຸມໃຫຍ່ຄັ້ງທີ3ສະມາຄົມມິດຕະພາບຫວຽດນາມ-ອິນໂດເນເຊຍ
07/07/2015 09:22
(vovworld)- ​ວັນ​ທີ 6/7, ຢູ່ ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ
ກອງປະຊຸມໃຫຍ່ຄັ້ງທີ3ສະມາຄົມມິດຕະພາບຫວຽດນາມ-ອິນໂດເນເຊຍ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່ (vovworld)- ​ວັນ​ທີ 6/7, ຢູ່ ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 3 (ອາ​ຍຸ​ການ 2015-2020). ບົດ​ລາຍ​ງານ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ອາ​ຍຸ​ການທີ 2 ໄດ້​ເນັ້ນ​ຫນັກ​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ, ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ​ໄດ້​ຮັບ​ການ​ຍູ້​ແຮງ​ຢ່າງບໍ່​ຢຸດຢັ້ງ. ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ ເຮັດ​ໃຫ້ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ສອງ​ຝ່າຍ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ ແລະ ໝັ້ນ​ຄົງ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ໃຫ້​ແກ່​ຈຸດ​ໝາຍ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ໃນ​ປີ 2015 ກໍ​ຄື​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.         ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 3 ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ໄດ້​ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​ຊຸດ​ທີ 3 ອາ​ຍຸ​ການ 2015-2020 ລວມ​ມີ ສະ​ມາ​ຊິກ 17 ຄົນ. ທ່ານ ຫງວຽນ​ດັງ​ຕຽນ, ຜູ​້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ, ​ ໄດ້​ຮັບ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແຫນ່ງ​ເປັນ​ປະ​ທານ​ສະ​ມາ​ຄົມ ມິ​ດ​ຕະ​ພາບ ຫວຽດ​ນາມ -ອິນ​ໂດ​ເນ​ເຊຍ ອາ​ຍຸ​ການ 3. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ຫງວຽນ​ດັງ​ຕຽນ  ຊີ້​ແຈ້ງວ່າ:        
TAG
vovworld/ອົງ​ການ​ມິດ​ຕະ​ພາບ