VOV WorldVOV World
ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງ ອົງການອາຫານ ແລະ ກະເສດ ສປຊ
12/03/2012 09:26
ກອງ​ປະຊຸມ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ອົງການ​ອາຫານ ​ແລະ ກະ​ເສດ ສະຫະປະຊາຊາດ
ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຂອງ ອົງການອາຫານ ແລະ ກະເສດ ສປຊ
ພາບປະກອບ ( vovworld ) – ຕອນ​ເຊົ້າວັນ​ທີ 12/3, ຢູ່​ຮ່າ​ໂນ້ຍ, ກອງ​ປະຊຸມ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ອົງການ​ອາຫານ ​ແລະ ກະ​ເສດ ສະຫະ​ປະຊາ​ຊາດພາກ​ພື້ນ​ອາຊີ-​ປາຊີ​ຟິກ ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ລັດຖະມົນຕີ​ກະຊວງກະ​ສິ​ກຳ, ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງ ​ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ຄູ່​ຮ່ວມ​ມື​ສາກົນ​ຂອງ 40 ປະ​ເທດອາຊີ-​ປາຊີ​ຟິກ. ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ແມ່ນ “ສາຍ​ພົວພັນ​ລະຫວ່າງ​ສະພາບລາຄາ​ທັນ​ຍາ​ຫານ​ເພີ່ມ​ຂຶ້ນ ​ແລະ ບໍ່​ເປັນ​ປົກກະຕິ, ການຄ້ຳປະກັນ​ສະບຽງ​ອາຫານ, ສະພາບຄວາມທຸກ​ຍາກ​ອຶດ​ຫີ​ວ ​ແລະ​ ຊັບພະຍາກອນ​ທຳ​ມະ​ຊາດ​​ເຫືອດ​ແຫ້ງ“. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ດຣ Hirio yuki Konuma ຜູ້​ຊ່ວຍ​ວຽກ​ອຳນວຍການ​ໃຫ່ຍ, ຫົວໜ້າ​ຜູ້ຕາງໜ້າອົງການ​ອາຫານ ​ແລະ ກະ​ເສດ ສະຫະ​ປະຊາ​ຊາດພາກ​ພື້ນ​ອາຊີ-​ປາຊີ​ຟິກ ຊີ້​ແຈ້ງວ່າ: ຈຸດໝາຍ​ຕົ້ນຕໍ​ຊື່​ງອົງການ​ອາຫານ ​ແລະ ກະ​ເສດ ສະຫະ​ປະຊາ​ຊາດ​ໄດ້​ມຸ້ງ​ໄປ​ເຖິງ ​ແມ່ນ​ສ້າງ​ໂລກ​​ໃຫ້​ປອດ​ຄວາມ​ທຸກ​ຍາ​ກອຶດ​ຫີ​ວ ​ແລະ ບໍ່​ມີ​ສະພາບ​ເດັກນ້ອຍ​ຂາດ​ທາດ​ບຳລຸງ, ​ໃນ​ນັ້ນ ບັນຫາ​ທັນ​ຍາ​ຫານ ​ແລະ​ກະສິກຳ​ສວມ​ບົດບາດ​ສຳຄັນ​ເພື່ອ​ປັບ​ປຸງຊີວິດ​ການ​ເປັນ​ຢູ່​ຂອງ​ທຸກໆ​ຄົນ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ທຸກ​ຍາກ. ປະຈຸ​ບັນ, ປະຊາກອນ​ໂລກ​ແມ່ນ 7 ຕື້​ຄົນ, ​ໃນ​ນັ້ນມີ 925 ຄົນ​ທຸກ​ຍາກ​ອຶດ​ຫີ​ວ, ດຣ Hirio yuki Konuma ​ເວົ້າວ່າ:
TAG
ກອງ​ປະຊຸມ​ເຈົ້າໜ້າ​ທີ່​ຂັ້ນສູງ