ກອງປະຊຸມເຊີແນວII:ລັດຖະບານຊີຣີແລະຝ່າຍຄ້ານປຶກສາຫາລືກ່ຽວກັບບັນຫາມະນຸດສະທຳ
26/01/2014 09:03
vovworld)- ຕອນເຊົ້າວັນທີ 26/1, ຜູ້ຕາງຫນ້າລັດຖະບານ ຊີຣີ ແລະ ຝ່າຍຄ້ານ ໄດ້ປຶກສາຫາລືກ່ຽວກັບເລື່ອງແລກປ່ຽນສະເລີຍເສີກ

ກອງປະຊຸມ ເຊີແນວ 2 photo:dangcongsan.vn (vovworld)- ຕອນເຊົ້າວັນທີ 26/1, ຜູ້ຕາງຫນ້າລັດຖະບານ ຊີຣີ ແລະ ຝ່າຍຄ້ານ ໄດ້ປຶກສາຫາລືກ່ຽວກັບເລື່ອງແລກປ່ຽນສະເລີຍເສີກ ໂດຍເປັນສັກຂິພິຍານຂອງທ່ານ Lakhdar Brahimi, ທູດພິເສດຂອງ ສປຊ ແລະ ສະຫະພັນອາຣັບກ່ຽວກັບບັນຫາ ຊີຣີ. ເບິ່ງລວມແລ້ວ, ສະພາບການຍັງສັບສົນ ແລະ ຫຍຸ້ງຍາກຢູ່. ການພົບປະດຳເນີນໄປຕາມລາຍການຂອງກອງປະຊຸມ ເຊີແນວ 2 ຢູ່ ສະວິດ. ກອ່ນຫນ້ານັ້ນ, ວັນທີ 25/1, ທ່ານ Lakhdar Brahimi ໃຫ້ຮູ້ວ່າ: ມື້ປະຊຸມທຳອິດ ລະຫວ່າງຜູ້ຕາງຫນ້າລັດຖະບານ ຊີຣີ ແລະ ຝ່າຍຄ້ານ ໄດ້ປຶກສາຫາລືກ່ຽວກັບບັນຫາມະນຸດສະທຳຢູ່ ນະຄອນ Homs. ເຖິງວ່າບໍ່ທັນບັນລຸໝາກຜົນກໍຕາມ ແຕ່ນີ້ແມ່ນການພົບປະເປັນຄັ້ງທຳອິດໃນ 3 ປີຜ່ານມາ ລະຫວ່າງສອງຝ່າຍ.
TAG
vovworld/vov/ຊີຣີ/ຝ່າຍຄ້ານ
Related






