ກອງປະຊຸມຄັ້ງທີ 36 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມຊຸດທີ 8 ໄຂຂຶ້ນໃນໄວໆນີ້
07/03/2015 10:00
(vovworld)- ໂດຍຖືກດຳເນີນແຕ່ວັນທີ 9 ຫາວັນທີ 17/3 ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 36....

(ພາບປະກອບ) (vovworld)- ໂດຍຖືກດຳເນີນແຕ່ວັນທີ 9 ຫາວັນທີ 17/3 ຢູ່ຮ່າໂນ້ຍ, ກອງປະຊຸມຄັ້ງທີ 36 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມຊຸດທີ 8 ຈະປຶກສາຫາລືຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດ ປີ 2016; ປຶກສາຫາລືບົດລາຍ ສະເໜີການປະກອບຄຳເຫັນ ແລະ ປັບປຸງກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມສະບັບປັບປຸງ, ປະມວນກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ, ກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ… ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດຫວຽດນາມຍັງຈະຊັກຖາມປະທານສານປະຊາຊົນສູງສຸດ ເຈືອງຮ່ວາບີງ ແລະ ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ຢາງແຊວຝື; ໃຫ້ຄຳເຫັນກ່ຽວກັບການກະກຽມແກ່ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 ຊຶ່ງຈະດຳເນີນຢູ່ຮ່າໂນ້ຍໃນທ້າຍເດືອນ 3/2015, ວຽກງານກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 13…
TAG
vov/vovworld/ສະພາແຫ່ງຊາດ
Related






