ກອງປະຊຸມຄັ້ງທີ4ຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ
19/02/2014 06:12
(vovworld) - ກ່າວຄຳເຫັນໄຂວາລະປະຊຸມຊື່ງດຳເນີນໄປໃນຕອນເຊົ້າວັນທີ 19/2 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກເຖິງບັນດາບັນຫາມີຄວາມໝາຍສຳຄັນ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເປັນປະທານກອງປະຊຸມ (vovworld) - ກ່າວຄຳເຫັນໄຂວາລະປະຊຸມຊື່ງດຳເນີນໄປໃນຕອນເຊົ້າວັນທີ 19/2 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກເຖິງບັນດາບັນຫາມີຄວາມໝາຍສຳຄັນ ແລະ ຮີບດ່ວນໃນລາຍການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ ຊື່ງແມ່ນຫນຶ່ງໃນບັນດາປະເທດພວມຖືກຜົນສະທ້ອນຢ່າງຫນັກຫນ່ວງຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ນຳ້ທະເລເພີ່ມຂຶ້ນສູງ. ທ່ານນາຍົກລັດຖະມົນຕີ ສະເຫນີບັນດາຜູ້ແທນສຸມໃສ່ປຶກສາຫາລື, ຕີລາຄາລະອຽດບັນດາວຽກງານທີ່ຄະນະກຳມະການໄດ້ເຮັດ ແລະ ບໍ່ທັນເຮັດໄດ້, ວາງອອກຫນ້າທີ່ລະອຽດໃນຕໍ່ຫນ້າ ແລະ ຍາວນານ, ມານະພະຍາຍາມນຳວຽກງານຮັບມືກັບການປ່ຽນແປງຂອງດິນຟ້າອາກາດກາຍເປັນຫນ້າທີ່ຈຸດສຸມ ແລະ ເປັນປະຈຳ. ຕາມການຕີລາຄາຂອງອົງການປະຈຳຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ປະຈຸບັນ ນະໂຍບາຍກົດໝາຍຂອງ ຫວຽດນາມ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ຮັບການສ້າງຂຶ້ນ ແລະ ຜັນຂະຫຍາຍຢ່າງຄົບຊຸດ. ໃນແຜນການປີ 2014, ຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ມີແຜນນະໂຍບາຍຍູ້ແຮງການຜັນຂະຫຍາຍສ້າງກົນໄກ, ນະໂຍບາຍລະດົມແຫລ່ງກຳລັງໃຫ້ແກ່ການເຕີບໂຕຂຽວ ແລະ ການປ່ຽນແປງຂອງດິນຟ້າອາກາດ, ຜັນຂະຫຍາຍເລື່ອງນຳການເຕີບໂຕຂຽວຕິດພັນກັບບັນດາການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດກໍຄືກັບແຜນການພັດທະນາເສດຖະກິດສັງຄົມຂອງບັນດາຂະແຫນງ ແລະ ທ້ອງຖິ່ນ.
TAG
vovworld/vov/ການປ່ຽນແປງຂອງດິນຟ້າອາກາດ
Related






