ກອງປະຊຸມກວດສອບແຫ່ງລັດຫວຽດນາມ-ລາວ-ກຳປູເຈຍຄັ້ງທີ5
28/11/2013 08:40
(vovworld)-ຕອນເຊົ້າວັນທີ 27/11, ກອງປະຊຸມບັນດາຫົວຫນ້າອົງການກວດສອບແຫ່ງລັດ 3 ປະເທດ ຫວຽດນາມ-ກຳປູເຈຍ-ລາວ ຄັ້ງທີ 5 ດ້ວຍຫົວຂໍ້: “ຄຸ້ມຄອງ ຄຸນນະ ພາບການກວດສອບ”

ກອງປະຊຸມກວດສອບແຫ່ງລັດຫວຽດນາມ-ລາວ-ກຳປູເຈຍຄັ້ງທີ5 photot:vietnamplus.vn (vovworld)-ຕອນເຊົ້າວັນທີ 27/11, ກອງປະຊຸມບັນດາຫົວຫນ້າອົງການກວດສອບແຫ່ງລັດ 3 ປະເທດ ຫວຽດນາມ-ກຳປູເຈຍ-ລາວ ຄັ້ງທີ 5 ດ້ວຍຫົວຂໍ້: “ຄຸ້ມຄອງ ຄຸນນະ ພາບການກວດສອບ” ຖືກໄຂຂຶ້ນຢູ່ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ ດ້ວຍຈຸດໝາຍເພີ່ມທະວີການຮ່ວມມືດ້ານວິຊາສະເພາະລະຫວ່າງອົງການກວດສອບແຫ່ງລັດ 3 ປະເທດ. ຄະນະຜູ້ແທນຫວຽດນາມ ໂດຍ ດຣ ຫງວຽນຫືວວ້ານ, ກຳມະການສູນກາງພັກ, ຫົວຫນ້າອົງການກວດສອບແຫ່ງລັດຫວຽດນາມ ເປັນຫົວຫນ້າຄະນະ. ທີ່ກອງປະຊຸມ, ບັນດາຫົວຫນ້າອົງການກວດສອບຂອງ 3 ປະເທດ ເຫັນດີເປັນເອກະສັນກັນໂດຍຖືວ່າ: ການຄຸ້ມຄອງຄຸນນະພາບການກວດສອບແມ່ນຫນ້າທີ່ສຳຄັນຕົ້ນຕໍຂອງຂະແຫນງກວດສອບແຫ່ງລັດ, ແມ່ນຈຸດໝາຍສຳຄັນໃນຍຸດທະສາດພັດທະນາເພື່ອຮັບປະກັນການຄົງຕົວ ແລະ ພັດທະນາຂອງອົງການກວດສອບແຫ່ງລັດ, ຕອບສະຫນອງຄວາມມຸ່ງຫວັງຂອງສັງຄົມ, ມຸ່ງໄປເຖິງພື້ນຖານການເງິນຢ່າງໂປ່ງໃສ, ເປີດເຜີຍ, ປະສິດທິຜົນ ແລະ ພັດທະນາແບບຍືນຍົງ. ບັນດາຝ່າຍໄດ້ແບ່ງປັນບົດຮຽນໃນການຊ່ວຍລັດຖະບານ ວາງແຜນກຳນົດ ແລະ ປະຕິບັດບັນດາຍຸດທະສາດພັດທະນາເສດຖະກິດທີ່ໄດ້ວາງອອກ ແລະ ປຶກສາຫາລືມາດຕະການເພີ່ມທະວີການຮ່ວມມືດ້ານວິຊາສະເພາະລະຫວ່າງອົງການກວດສອບ 3 ປະເທດ.
TAG
vovworld/vov/ກວດສອບ
Related






