ກອງປະຊຸມນະໂຍບາຍພັດທະນາຜະລິດຕະພັນຈຸດສຸມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້
24/07/2012 09:10
ຕອນເຊົ້າວັນທີ 24/7 ຢູ່ ແຂວງ An Giang, ທ່ານ Vu Van Ninh ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກ່ຽວກັບນະໂຍບາຍ, ຮູບແບບພັດທະນາບັນດາຜະລິດຕະພັນຈຸດສຸມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

ພາບປະກອບ: internet (vovworld) - ຕອນເຊົ້າວັນທີ 24/7 ຢູ່ ແຂວງ An Giang, ທ່ານ Vu Van Ninh ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກ່ຽວກັບນະໂຍບາຍ, ຮູບແບບພັດທະນາບັນດາຜະລິດຕະພັນຈຸດສຸມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ຕາມບົດລາຍງານຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແລ້ວ, ຜະລິດຕະພັນກະເສດ ແລະ ສິນໃນນ້ຳແມ່ນສອງປະເພດສິນຄ້າຍຸດທະສາດຂອງ ຫວຽດນາມ ແລະ ທ່າໄດ້ປຽບນີ້ໄດ້ ແລະ ພວມໄດ້ຮັບການປະຕິບັດ ຈາກບັນດາທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມພວມ ເສີມຂະຫຍາຍປະສິດທິຜົນໃນເບື້ອງຕົ້ນ. ຕາມທ່ານ Vu Van Ninh ຮອງນາຍົກລັດຖະມົນຕີ ຫວຽດນາມ ແລ້ວ, ວຽກງານວາງແຜນກຳນົດຕ້ອງຕິດແທດກັບສະພາບຕົວຈິງ, ການຫນູນຊ່ວຍພັດທະນາບັນດາປະເພດສິນຄ້າມີທ່າແຮງຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຕ້ອງຕອບສະຫນອງຄວາມຮຽກຮ້ອງຕ້ອງການຢ່າງທັນການ. ທ່ານ ຮອງນາຍົກລັດຖະມົນຕີ Vu Van Ninh ເວົ້າວ່າ:
TAG
ທົ່ງພຽງແມ່ນ້ຳຂອງ
Related






