VOV WorldVOV World
ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນດກ່ຽວກັບການຫລຸດຜ່ອນຄວາມທຸກຍາກ
24/04/2014 08:47
(vovworld) - ຕອນ​ບ່າຍ​ວັນ​ທີ 23/4, ທີ່​ສຳນັກງານ​ຫ້ອງ​ວ່າການ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວູວັນນີ​ງ, ຫົວຫນ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ
ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນດກ່ຽວກັບການຫລຸດຜ່ອນຄວາມທຸກຍາກ
ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນດ ກ່ຽວກັບການຫລຸດຜ່ອນຄວາມທຸກ (vovworld) - ຕອນ​ບ່າຍ​ວັນ​ທີ 23/4, ທີ່​ສຳນັກງານ​ຫ້ອງ​ວ່າການ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວູວັນນີ​ງ, ຫົວຫນ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ​ເປັນ​ປະທານ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ​ເພື່ອ​ລາຍ​ງານ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຫລຸ​ດຜ່ອນ​ຄວາມທຸກ​ຍາກ​ໄລຍະ 2005-2012, ລາຍ​ງານ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ, ​ໂຄງການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ປີ 2013 ​ແລະ ປຶກສາ​ຫາລື​ມາດ​ຕະການ​ຜັນ​ຂະຫຍາຍ​ຫນ້າ​ທີ່​ຫລຸດຜ່ອນ​ຄວາມທຸກ​ຍາກ ປີ 2014-2015. ບັນດາ​ຄຳ​ເຫັນ​ຂອງ​ຜູ້​ແທນ​ລ້ວນ​ແຕ່​ເຫັນ​ດີ​ເຫັນ​ພ້ອມ​ກັບ​ການ​ປ່ຽນ​ແປງ​ບັນດາ​ນະ​ໂຍບາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ທ້ອງ​ຖິ່ນ​​ໃນ​ການຜັນ​ຂະຫຍາຍ​​ປະຕິບັດ​ນະ​ໂຍບາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ບັນລຸ​ປະສິດທິ​ຜົນ. ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ເນ​ັ້ນຫນັກ​ວ່າ: ການ​ປະຕິບັດ​ນະ​ໂຍບາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ, ມີ​ລັກສະນະ​ຍຸດ​ທະ​ສາດ. ລະບົບ​ກົນ​ໄກ​ນະ​ໂຍບາຍ​ນັບ​ມື້​ນັບ​ໄດ້​ຮັບ​ການ​ສ້າງ​ໃຫ້​ສົມບູນ​ແບບ, ພ້ອມ​ກັນ​ນັ້ນ ບັນດາ​ທ້ອງ​ຖິ່ນ​ກໍ່​ໄດ້​ໝູນ​ໃຊ້​ໃຫ້​ສອດ​ຄອ່ງກັບ​ທ້ອງ​ຖິ່ນ, ​ເສີມ​ຂະຫຍາຍ​ປະສິດທິ​ຜົນ ​ເຂົ້າສູ່​ຊີວິດ​ເທື່ອ​ລະ​ກ້າວ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫວູວັນນີ​ງ ຊີ້​ແຈ້ງວ່າ: “
TAG
vovworld/vov/ນະ​ໂຍບາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​