ກອງປະຊຸມໂດຍກົງຜ່ານເຄືອຄ່າຍອິນເຕີແນັດກ່ຽວກັບການກໍ່ສ້າງແລະພັດທະນາວັດທະນະທຳ,ຊາວຫວຽດນາມ
17/04/2015 10:09
(vovworld)- ວັນທີ 17/4, ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ໄດ້ຈັດຕັ້ງກອງປະຊຸມໂດຍກົງຜ່ານເຄືອຄ່າຍອິນເຕີແນັດ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ພາບ:chinhphu.vn (vovworld)- ວັນທີ 17/4, ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ໄດ້ຈັດຕັ້ງກອງປະຊຸມໂດຍກົງຜ່ານເຄືອຄ່າຍອິນເຕີແນັດການຜັນຂະຫຍາຍປະຕິບັດມະຕິເລກທີ 33 ຂອງລັດຖະບານກ່ຽວກັບການສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມ ຕອບສະຫນອງຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງຂອງປະເທດຊາດ. ຕາມນັ້ນແລ້ວ ,ຮອດປີ 2019, ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວສົມທົບກັບບັນດາອົງການ, ຂະແຫນງການ ຈະດຳເນີນປະຕິບັດ 28 ແຜນຮ່າງວັດທະນະທຳ, ກົດໝາຍ ແລະ ປັບປຸງບັນດາກົດໝາຍກ່ຽວຂ້ອງ. ໃນນັ້ນ ເປັນຫນ້າສົນໃຈ ແມ່ນຍູ້ແຮງການພັດທະນາຂະແຫນງອຸດສາຫະກຳວັດທະນະທຳ, ເປັນເຈົ້າການເຊື່ອມໂຍງດ້ານວັດທະນະທຳເຂົ້າກັບສາກົນ, ເພີ່ມທະວີການສ້າງວັດທະນະທຳໃນຂົງເຂດການເມືອງ ແລະ ເສດຖະກິດ, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວວັດທະນະທຳ.
TAG
vovworld/ປະຕິບັດ
Related






