ກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນດເພື່ອຮັບມືກັບໂລກໄຂ້ຫວັດສັດປີກຢ່າງຮີບດ່ວນ
19/02/2014 06:23
(vovworld)- ຕໍ່ຫນ້າການຜັນແປໄປຢ່າງສັບສົນຂອງໂລກໄຂ້ຫວັດສັດປີກ H5N1 ແລະ ໄພເກີດໂລກໄຂ້ຫວັດ H7N9 ຈາກບັນດາປະເທດໃກ້ຄຽງ

ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍເປັນປະທານກອງປະຊຸມ ພາບ:chinhphu.vn (vovworld)- ຕໍ່ຫນ້າການຜັນແປໄປຢ່າງສັບສົນຂອງໂລກໄຂ້ຫວັດສັດປີກ H5N1 ແລະ ໄພເກີດໂລກໄຂ້ຫວັດ H7N9 ຈາກບັນດາປະເທດໃກ້ຄຽງ ອາດຈະແຜ່ລາມອອກສູ່ຫວຽດນາມ, ຕອນບ່າຍວັນທີ 18/2, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ຕ້ານໂລກໄຂ້ຫວັດສັດປີກ ໄດ້ຈັດຕັ້ງກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດກັບບັນດາແຂວງ, ນະຄອນ ເພື່ອປຶກສາຫາລືມາດຕະການຮັບມືກັບໂລກໄຂ້ຫວັດສັດປີກຢ່າງຮີບດ່ວນ. ທີ່ກອງປະຊຸມ, ທ່ານ ຟ້າມວັນດົງ, ຫົວຫນ້າກົມສັດຕະວະແພດ, ສັງກັດກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ: ປະຈຸບັນ ມີ 11 ແຂວງ ໄດ້ເກີດໂລກໄຂ້ຫວັດສັດປີກ A H5N1. ສຳລັບໂລກໄຂ້ຫວັດ A/H7N9 ປະຈຸບັນຢູ່ ຫວຽດນາມ ບໍ່ທັນພົບເຫັນໄວຣັດ ຢູ່ສັດປີກ, ສິ່ງແວດລ້ອມ ແລະ ຢູ່ຄົນ. ເຖິງຢ່າງໃດກໍຕາມ, ໄວຮັດດັ່ງກ່າວໄດ້ເກີດຂຶ້ນຢູ່ແຂວງ ກວາງສີ ປະເທດຈີນ ຊື່ງແມ່ນສະຖານທີ່ຕິດກັບ 4 ທ້ອງຖິ່ນທາງພາກເຫນືອຂອງຫວຽດນາມ ສະນັ້ນ ຄວາມສ່ຽງໄວຣັດ ນີ້ແຜ່ລາມອອກສູ່ຫວຽດນາມ ແມ່ນສູງສຸດ. ສະນັ້ນ ກົມສັດຕະວະແພດ ສະເຫນີບັນດທ້ອງຖິ່ນຕ້ອງຕິດຕາມສະພາບການໂລກໄຂ້ຫວັດສັດປີກພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງເປັນປະຈຳ, ເພີ່ມທະວີການຕິດຕາມກວດກາການຂົນສົ່ງສັດປີກ ແລະ ຜູ້ໂດຍສານຜ່ານຊາຍແດນ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ສະເຫນີ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ຕ້ານໂລກໄຂ້ຫວັດສັດປີກ ຊີ້ນຳບັນດາຄະນະ, ຂະແຫນງການ, ທ້ອງຖິ່ນ ຕ້ອງເດັດດ່ຽວໃນວຽກງານປ້ອງກັນ ແລະ ຕ້ານໂລກລະບາດ.
TAG
vovworld/vov/ໄຂ້ຫວັດສັດປີກ
Related






