VOV WorldVOV World
ກອງປະຊຸມໂຄສະນາກ່ຽວກັບ ທະເລ ເກາະ ຢູ່ນະຄອນ ໂຮ່ຈີມິນ
02/12/2011 16:46
ຄະນະ​ໂຄສະນາສຶກສາ​ສູນ​ກາງ​ ຫວຽດນາມ ຈັ​ດຕັ້ງ​ກອງ​ປະຊຸມ​ເຝິກອົບຮົມ​ກ່ຽວ​ກັບ​ວຽກ​ງານ​​ໂຄສະນາ​ກ່ຽວ​ກັບ​ທະ​ເລ, ​ເກາະ ​ແລະ​ການ​ຂີ​ດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ປີ 2011
ກອງປະຊຸມໂຄສະນາກ່ຽວກັບ ທະເລ ເກາະ ຢູ່ນະຄອນ ໂຮ່ຈີມິນ
​ໃນ​ລະຫວ່າງ​ວັນ​ທີ 2 ​ແລະ​ ວັນ​ທີ 3/12, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະ​​ໂຄສະນາສຶກສາ​ສູນ​ກາງ​ ຫວຽດນາມ ຈັ​ດຕັ້ງ​ກອງ​ປະຊຸມ​ເຝິກອົບຮົມ​ກ່ຽວ​ກັບ​ວຽກ​ງານ​ສື່ສານ​ກັບ​ຕ່າງປະ​ເທດ, ​ໂຄສະນາ​ກ່ຽວ​ກັບ​ທະ​ເລ, ​ເກາະ ​ແລະ​ ການ​ຂີ​ດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ປີ 2011. ຢູ່​ທີ່​ກອງ​ປະຊຸມ, ບັນດາ​ນັກ​ສຳ​ມະ​ນາກ​ອນ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ໝາກຜົນ​ທີ່​ບັນລຸ​ໄດ້, ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ນະ​ໂຍບາຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ເຖິງວຽກ​ງານ​ສື່​ສານ​ກັບ​ຕ່າງປະ​ເທດ, ​ໂຄສະນາ​ກ່ຽວ​ກັບ​ທະ​ເລ, ​ເກາະ ​ແລະ​ການ​ຂີ​ດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ. ພ້ອມ​ທັງ​ເຜີຍ​ແຜ່​ຮູບ​ການ​ໂຄສະນາ​ໃນ​ສະພາບ​ການ​ໃໝ່, ບົດຮຽນ​​ໃນ​ການ​ປະຕິບັດ​ວຽກ​ງານ​ນີ້​ຢູ່​ທ້ອງ​ຖີ່​ນຕ່າງໆ ​ເພື່ອ​ໃຫ້​ວຽກ​ງານ​ສື່ສານ, ​ໂຄສະນາ​​ໃນຂົງ​ເຂດ​ນີ້​ໃນ​ໄລຍະ​ຈະ​ມາ​ເຖິງ​ບັນລຸ​ປະສິດທິ​ຜົນ​ກວ່າ. ທ່ານ ຫງວຽນ​ຊວນ​ຢາ​ວ, ຜູ້​ວ່າການ ຫົວໜ້າ​ກົມ​ສື່ສານ​ກັບ​ຕ່າງປະ​ເທດ ​ແລະ ​ຮ່ວມ​ມື​ສາ​ຫົນ, ສັງກັດ​ຄະນະ​ໂຄສະນາ​ສຶກສາສູນ​ກາງ​ໃຫ້​ຮູ້​ວ່າ: