ກອງປະຊຸມຜັນ ຂະຫຍາຍໜ້າທີ່ ສ້າງໂຄງປະກອບ ລັດວິສາຫະກິດ ຄືນໃໝ່ໄລຍະ 2014-2015
18/02/2014 08:33
(vovworld)- ຕອນເຊົ້າວັນທີ 18/2, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍໜ້າທີ່ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່....

ກອງປະຊຸມຜັນຂະຫຍາຍໜ້າທີ່ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ໄລຍະ 2014-2015 (ພາບ: radiovietnam.vn) (vovworld)- ຕອນເຊົ້າວັນທີ 18/2, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍໜ້າທີ່ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ໄລຍະ 2014-2015. ບັນດາຄຳຄິດຄຳເຫັນທີ່ກ່່າວມາໃນກອງປະຊຸມລ້ວນແຕ່ຢືນຢັນວ່າ ໃນການຊັບຊ້ອນ, ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ນັ້ນ, ການຫັນເປັນຮຸ້ນສ່ວນສືບຕໍ່ແມ່ນວິທີການແກ້ໄຂຕົ້ນຕໍ ແລະ ສຳຄັນ. ໃນ 3 ປີຜ່ານມາ, ທົ່ວປະເທດໄດ້ຫັນລັດວິສາຫະກິດ 99 ແຫ່ງເປັນຮຸ້ນສ່ວນ, ໃນນັ້ນ ມີບໍລິສັດໃຫຍ່ແຫ່ງລັດ 19 ແຫ່ງ ແລະ ຊັບຊ້ອນວິສາຫະກິດ 81 ແຫ່ງຕາມບັນດາຮູບແບບທີ່ແຕກຕ່າງກັນ. ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຍັງຊີ້ໃຫ້ເຫັນບາງຄວາມຫຍຸ້ງຍາກ, ສິ່ງຄ້າງຄາໃນການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ຊຶ່ງຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງທັນການ, ເປັນຕົ້ນແມ່ນໃນການຖອນເງິນທຶນ, ຍຸບເລີກ, ຂາຍ, ມອບໂອນວິສາຫະກິດ, ປະກາດຂໍ້ມູນຂ່າວສານ, ລະບອບເງິນເດືອນ, ເງິນບຳເນັດທີ່ມີຕໍ່ພະນັກງານຄຸ້ມຄອງ ກໍຄືສິ່ງຄ້າງຄາໃນການນຳໃຊ້ກອງທຶນໜູນຊ່ວຍຊັບຊ້ອນ ແລະ ພັດທະນາວິສາຫະກິດ. ຕາມແຜນການໃນ 2 ປີ 2014-2015, ຈຳນວນ ວິສາຫະກິດທີ່ີ ຫັນເປັນຮຸ້ນສ່ວນແມ່ນກ່ວາ 430 ແຫ່ງ. ຕອນບ່າຍຂອງວັນດຽວກັນ, ກອງປະຊຸມໄດ້ຮັບຟັງຄຳເຫັນຂອງບັນດາກຸ່ມເສດຖະກິດ, ບໍລິສັດແຫ່ງລັດກ່ຽວກັບວິວັດການ ຫັນເປັນຮຸ້ນສ່ວນ ພ້ອມກັບບັນດາຂໍ້ສະເໜີແນະຕໍ່ລັດຖະບານ.
TAG
vov/vovworld/ໂຄງປະກອບ/ລັດວິສາຫະກິດ
Related






