ກອງປະຊຸມສະໄໝສາມັນເທື່ອທີ່ 2, ສະພາແຫ່ງຊາດຫວຽດນາມຊຸດທີ່ 13 ປະສົບຜົນສຳເລັດຢ່າງດີງາມ
26/11/2011 13:23
ກອງປະຊຸມສະໄໝສາມັນເທື່ອທີ່ 2, ສະພາແຫ່ງຊາດຫວຽດນາມຊຸດທີ 13 ໄດ້ສິ້ນສຸດລົງ ແລະ ຮັບຮອງເອົາມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດ ຂອງສະພາແຫ່ງຊາດຊຸດທີ 13.

ຕອນເຊົ້າວັນທີ 26/11, ກອງປະຊຸມສະໄໝສາມັນເທື່ອທີ່ 2, ສະພາແຫ່ງຊາດຫວຽດນາມຊຸດທີ 13 ໄດ້ສິ້ນສຸດລົງ ແລະ ຮັບຮອງເອົາມະຕິກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດ ຂອງສະພາແຫ່ງຊາດຊຸດທີ 13. ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຊີ້ແຈງວ່າ: ນີ້ແມ່ນກອງປະຊຸມດ້ວຍຈິດໃຈປ່ຽນໃໝ່ ແລະ ມີບັນດາເນື້ອໃນທີ່ສຳຄັນ, ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ຕົກລົງແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ ຄືແຕ່ 2011 – 2015 ແລະ ປີ 2012, ແຜນງົບປະມານແຫ່ງລັດ, ການຈັດແບ່ງງົບປະມານສູນກາງ ປີ 2012, ໂຄງການຈຸດໝາຍແຫ່ງຊາດ, ແຜນການທຶນຈາກພັນທະບັດລັດຖະບານ, ແຜນການນຳໃຊ້ທີ່ດິນໄລຍະ 2011 – 2015, ການວາງແຜນຜັງນຳໃຊ້ທີ່ດິນ ໄລຍະ 2011 – 2020 ແລະ ຂໍ້ຕົກລົງສຳຄັນອື່ນອີກຈຳນວນໜຶ່ງ. ກ່ຽວກັບບັນດາການປ່ຽນໃໝ່ຂອງກອງປະຊຸມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໃຫ້ຮູ້ວ່າ:
Related






