VOV WorldVOV World
ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13
29/05/2013 11:02
ຕອນ​ເຊົ້າ​ວັນ​ທີ 29/5, ບັນດາສະມາຊິກສະພາແຫ່ງຊາດໄດ້​ປືກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາ​ຍວ່າ​ດ້ວຍ​ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ
ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13
ກອງປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາ​ມຊຸດ​ທີ 13 ​ ພາບ:internet (vovworld)- ຕອນ​ເຊົ້າ​ວັນ​ທີ 29/5, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງ ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາ​ມຊຸດ​ທີ 13 ​ໄດ້​ປືກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາ​ຍວ່າ​ດ້ວຍ​ອາກອນ​ລາຍ​ຮັບ​ວິ​ສາ​ຫະກິດ. ຮ່າງ​ກົດໝາຍ​ສະບັບ​ນີ້​ໄດ້​ສຸມ​ໃສ່​ປັບປຸງ​ບາງໝວດ​ບັນຫາ​ຄື: ​ເພີ່ມ​ເຕີມ​ນະ​ໂຍບາຍ​ບຸລິມະສິດ​ອາກອນ​ສຳລັບ​ບາງຂົງ​ເຂດ​, ຂະ​ແຫນງ​ການ, ບໍລິ​ເວນ​ໃຫ້​ບຸລິມະສິດ. ​ເມື່ອ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ດັ່ງກ່າວ, ​ສະມາຊິກ​ສະພາ​ແຫ່ງ​ຊາດຫລາຍ​ທ່ານ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກ່ຽວ​ກັບ​ວິວັດ​ການ​ຫລຸດຜ່ອນ​ອາກອນ ​ແຕ່​ສະ​ເຫ​ນີຈັດ​ວາງ​ລະດັບ​ອາກອນ​ທົ່ວ​ໄປ​ແມ່ນ 20% ນັບ​ແຕ່​ວັນ​ທີ 1/7/2014 ​ເປັນ​ຕົ້ນ​ມາ. ສິ່ງ​ດັ່ງກ່າວ​ຈະ​ສ້າງ​ເງື່ອນ​ໄຂ​ຊ່ວຍ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ຜະລິດ​ດຳ​ເນີນ​ທຸລະ​ກິດ​ກໍ​ຄື​ສອດ​ຄອ່ງກັບ​ທ່າ​ອ່ຽງ​ໃນ​ພາກ​ພື້ນ. ທ່ານ ​ໂດ​ວັນ​ແຫວ ສສຊ ​ແຂວງ ທາຍ​ບີ່​ງ ຍົກ​ຄຳ​ເຫັນ​ວ່າ:        
TAG
ສະພາແຫ່ງຊາດ