ກອງປະຊຸມສະໄຫມສາມັນເທື່ອທີ5ສະພາແຫ່ງຊາດຫວຽດນາມຊຸດທີ13ກ້າວເຂົ້າສູ່ວາລະຊັກຖາມໃນມື້ທີ2
13/06/2013 08:22
ທ່ານ ຮ່ວາງຕວັນແອງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແລະ ທ່ານນາງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຝ້າມທິຫາຍຈວຽນ ໄດ້ຕອບຄຳຊັກຖາມຂອງບັນດາ ສສຊ

(vovworld)- ຕອນເຊົ້າວັນທີ 13/6, ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13 ກ້າວເຂົ້າສູ່ວາລະຊັກຖາມໃນມື້ທີ 2. ທ່ານ ຮ່ວາງຕວັນແອງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ໄດ້ຕອບຄຳຊັກຖາມຂອງບັນດາ ສສຊ ກ່ຽວກັບບັນຫາກ່ຽວຂ້ອງເຖິງຂົງເຂດທີ່ທ່ານຮັບຜິດຊອບ. ສຳລັບບັນດາຄຳຖາມກ່ຽວກັບຂົງເຂດວັດທະນະທຳ, ທ່ານລັດຖະມົນຕີ ຮ່ວາງຕວັນແອງໃຫ້ຮູ້ວ່າ: ບັນດາທ້ອງຖິ່ນ ແລະ ຂະແຫນງວັດທະນະທຳສືບຕໍ່ຊາບຊືມ, ປະຕິບັດມະຕິສູນກາງພັກຄັ້ງທີ 5 ຊຸດທີ 8 ກ່ຽວກັບການສ້າງ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ ເປັນຢ່າງດີ. ຂະແຫນງວັດທະນະທຳກໍເອົາໃຈໃສ່ເຖິງວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ ແລະ ຍູ້ໄພສັງຄົມໃຫ້ຖອຍໄປ. ທ່ານລັດຖະມົນຕີ ຮ່ວາງຕວັນແອງ ພາບ:internet ກ່ຽວກັບຂົງເຂດທ່ອງທ່ຽວ, ທ່ານລັດຖະມົນຕີ ຮ່ວາງຕວັນແອງ ໃຫ້ຮູ້ວ່າ: ປະຈຸບັນ ມີເກືອບ 1000 ໂຄງການລົງທຶນເຂົ້າຂະແຫນງທ່ອງທ່ຽວ ດ້ວຍຍອດຈຳນວນທຶນປະມານ 300.000 ຕື້ດົ່ງ. ທ່ານລັດຖະມົນຕີຮ່ວາງຕວັນແອງຍອມຮັບວ່າ: ຫວຽດນາມ ມີຄວາມສາມາດບົ່ມຊ້ອນດ້ານທ່ອງທ່ຽວອັນໃຫຍ່ຫລວງ, ແຕ່ຂະແຫນງທ່ອງທ່ຽວບໍ່ທັນພັດທະນາສົມກັບຄວາມສາມາດບົ່ມຊ້ອນ, ບໍ່ທັດທຽມກັບບັນດາປະເທດໃນພາກພື້ນ. ເພື່ອສ້າງເຄື່ອງໝາຍທ່ອງທ່ຽວຫວຽດນາມສົມກັບລະດັບພາກພື້ນ,ພັດທະນາຂະແຫນງທ່ອງທ່ຽວໃຫ້ກາຍເປັນຂະແຫນງເສດຖະກິດປາຍແຫລມຢ່າງວອ່ງໄວ, ທ່ານລັດຖະມົນຕີ ຮ່ວາງຕວນແອງ ຖືວ່າ:
TAG
ປາຍແຫລມ
Related






