VOV WorldVOV World
ກອງປະຊຸມສະມັດຊາ ໃຫຍ່ ສປຊ ປຶກສາຫາລື ບັນຫາທົ່ວໂລກ
26/09/2012 08:38
ວາ​ລະ​ປຶກສາ​ຫາລື​ຮ່ວມ​ຂອງ​ສະມັດຊາ​ໃຫຍ່ ສປຊ ​ໄດ້​ໄຂ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 26/9 ຕາມ​ເວລາ​ອາ​ເມ​ລິ​ກາ ຢູ່ ນະຄອນ ນິວ​ຢອກ
ກອງປະຊຸມສະມັດຊາ ໃຫຍ່ ສປຊ ປຶກສາຫາລື ບັນຫາທົ່ວໂລກ
ກອງປະຊຸມຂອງສະມັດຊາ​ໃຫຍ່ ສປຊ ພາບ: internet (vovworld) - ວາ​ລະ​ປຶກສາ​ຫາລື​ຮ່ວມ​ຂອງ​ສະມັດຊາ​ໃຫຍ່ ສປຊ ​ໄດ້​ໄຂ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 26/9 ຕາມ​ເວລາ​ອາ​ເມ​ລິ​ກາ ຢູ່ ນະຄອນ ນິວ​ຢອກ. ​ໃນ​ວາລະ​ປະຊຸ​ມທີ່​ແກ່ຍາວ​​ເປັນ​ເວລາ 1 ສັບປະດາ, ຜູ້ຕາງຫນ້າ​ບັນດາ​ປະ​ເທດ​ສະມາຊິກ ສປຊ ຈະ​ປຶກສາ​ຫາລື​ຫລາຍ​ບັນຫາ​ສຳຄັນ​ກ່່ຽວຂ້ອງ​ເຖິງ​ການ​ຊຸດ​ໂຊມ​ດ້ານ​ເສດຖະກິດ, ພັດທະນາ​​ແບບ​ຍືນ​ຍົງ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຕ້ານ​ການ​ກໍ​ການ​ຮ້າຍ….. ກ່າວ​ຄຳ​ເຫັນ​ໄຂ​ພິທິ, ທ່ານ Ban Ki Moon ​ເລຂາທິການ​ໃຫຍ່ ສປຊ ຮັບ​ຮູ້​ບັນດາ​ຄວາມ​ກ້າວຫນ້າ​ຊຶ່ງ​ໂລກ​ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ Ban Ki Moon ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢູ່​ຫລາຍ​ພາກ​ພື້ນ, ຄວາມ​ເມີນ​ເສີຍ​ຕໍ່ປະກົດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ການ​ຊ່ວງ​ເສັງ​ອາວຸດ​ລະຫວ່າງ​ບັນດາ​ປະ​ເທດ. ທ່ານ​ Ban Ki Moon ກ່າວ​ວ່າ:        
TAG
ສະມັດຊາ​ໃຫຍ່