ກອງປະຊຸມສຳມະນາກ່ຽວກັບມາດຕະການໜູນຊ່ວຍຊາວປະມົງພັດທະນາເສດຖະກິດ
22/12/2013 10:28
(vovworld)- ກອງປະຊຸມສຳມະນາໂດຍກຳມາທິການເສດຖະກິດສະພາແຫ່ງຊາດສົມທົບກັບກະຊວງກະສີກຳ ແລະ ພັດທະນາຊົນນະບົດຫວຽດນາມ, ແຂວງ ຟູ້ອຽນ ຈັດຂຶ້ນໃນຕອນເຊົ້າວັນທີ 22/12 ຢູ່ແຂວງຟູ້ອຽນ

ກອງປະຊຸມສຳມະນາມາດຕະການໜູນຊ່ວຍຊາວປະມົງພັດທະນາ ເສດຖະກິດຖືກຈັດຂຶ້ນໃນຕອນເຊົ້າວັນທີ 22/12 ຢູ່ແຂວງຟູ້ອຽນ (ພາບ: baosaigongiaiphong) (vovworld)- ກອງປະຊຸມສຳມະນາໂດຍກຳມາທິການເສດຖະກິດສະພາແຫ່ງຊາດສົມທົບກັບກະຊວງກະສີກຳ ແລະ ພັດທະນາຊົນນະບົດຫວຽດນາມ, ແຂວງ ຟູ້ອຽນ ຈັດຂຶ້ນໃນຕອນເຊົ້າວັນທີ 22/12 ຢູ່ແຂວງຟູ້ອຽນ. ບັນດາຜູ້ແທນທີ່ເຂົ້າຮ່ວມຖືວ່າ ການພັດທະນາເສດຖະກິດທະເລ ບໍ່ພຽງແຕ່ແມ່ນບັນຫາລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ຊາວປະມົງ, ປະຊາຊົນຢູ່ແຄມທະເລ, ຊຸກຍູ້ການເຕີບໂຕເສດຖະກິດເທົ່ານັ້ນ, ຫາກຍັງເພື່ອຈຸດໝາຍປ້ອງກັນຊາດ ປ້ອງກັນຄວາມສະຫງົບອີກດ້ວຍ. ກອງປະຊຸມສຳມະນາ ແມ່ນໂອກາດເພື່ອໃຫ້ ບັນດາຜູ້ແທນທີ່ເຂົ້າຮ່ວມສະຫຼຸບ ຖອດຖອນບົດຮຽນເພື່ອປະຕິບັດການໜູນຊ່ວຍຊາວປະມົງພັດທະນາເສດຖະກິດທະເລໃນໄລຍະທີ່ຈະມາເຖິງ, ເປັນປະຖົມປັດໄຈເພື່ອປະຕິບັດມະຕິຂອງພັກ ແລະ ຍຸດທະສາດທະເລຫວຽດນາມເຖິງປີ 2020.
TAG
vov/vovworld/ຊາວປະມົງ
Related






