VOV WorldVOV World
ກອງປະຊຸມສຳມະນາກ່ຽວກັບວຽກງານຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດ
21/03/2013 09:48
ກອງ​ປະຊຸມ​ສຳ​ມະ​ນາ“​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ຄົ້ນ​ຄ້ວາ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/3 ຢູ່ ນະຄອນ​ໂຮ່ຈິ​ມິນ
ກອງປະຊຸມສຳມະນາກ່ຽວກັບວຽກງານຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດ
ສະມາຊິກສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງ ພາບປະກອບ:internet (vovworld)-  ກອງ​ປະຊຸມ​ສຳ​ມະ​ນາ“​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ຄົ້ນ​ຄ້ວາ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ຄົ້ນ​ຄ້ວາ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/3 ຢູ່ ນະຄອນ​ໂຮ່ຈິ​ມິນ. ນີ້​ແມ່ນ​ລາຍການນອນ​ໃນ​ໂຄງການ“ຍົກ​ສູງ​ປະສິດທິ​ຜົນ​ການ​ພົວພັນ​ລະຫວ່າງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ຜູ້​ມີ​ສິດ​ເລ​ືອກຕັ້ງ​ຢູ່ ຫວຽດນາມ” ລະຫວ່າງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ແລະ ສະ​ຖາ​ບັນ KAS ຂອງ​​ເຢຍລະ​ມັນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​​ໄຈ້​ແຍກ​ກ່ຽວ​ກັບ​ວຽກ​ງານ​ຄົ້ນ​ຄ້ວາ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ຂອງ​ສະພາ​ແຫ່ງ​ຊາດ, ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ກ​ົນ​ໄກ​ສົມທົບ, ການ​ປ່ຽນ​ໃຫມ່​ໃນ​ການ​ເຄື່ອນ​ໄຫວ​ພົບ​ປະ​ກັບ​ຜູ້​ມີສິດ​​ເລືອກ​ຕັ້ງ, ບົດຮຽນ​ທິດ​ສະ​ດີ​ຂອງ​ສາກົນ ​ແລະ​ອື່ນໆ. ທ່ານ ຫງວຽນ​ດຶກ​ຮ່ຽນ, ຫົວຫນ້າ​ຄະນະ​ຄົ້ນ​ຄ້ວາ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຍົກ​ຄຳ​ເຫັນ​ວ່າ:        
TAG
ຜູ້ມີສິດເລືອກຕັ້ງ