ກອງປະຊຸມShangri-Laຄັ້ງທີ13
30/05/2014 10:40
(vovworld)- ກອງປະຊຸມສຸດຍອດຄວາມໝັ້ນຄົງອາຊີ ຄັ້ງທີ 13 (ກອງປະຊຸມ Shangri-La) ຖືກໄຂຂຶ້ນໃນຕອນເຊົ້າວັນທີ 30/5 ຢູ່ ສິງກະໂປ

ກອງປະຊຸມ Shangri-La 12 ພາບ:thanhnien.com.vn (vovworld)- ກອງປະຊຸມສຸດຍອດຄວາມໝັ້ນຄົງອາຊີ ຄັ້ງທີ 13 (ກອງປະຊຸມ Shangri-La) ຖືກໄຂຂຶ້ນໃນຕອນຄຳ່ວັນທີ 30/5 ຢູ່ ສິງກະໂປ ໂດຍມີການເຂົ້າຮ່ວມຂອງບັນດາຜູ້ແທນ, ເຈົ້າຫນ້າທີ່ມາຈາກຫລາຍປະເທດມະຫາອຳນາດຄື: ອາເມລິກາ, ຍີ່ປຸ່ນ ແລະ ບັນດາປະເທດກ່ຽວຂ້ອງຢູ່ພາກພື້ນ ອາຊີ-ປາຊີຟີກ. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳຫນ້າເຂົ້າຮ່ວມກອງປະຊຸມດັ່ງກ່າວ. ຕາມໂຄງການດຳເນີນງານຂອງກອງປະຊຸມ Shangri-La ຄັ້ງທີ 13, ໃນເວລາ 3 ມື້, ຈະດຳເນີນກອງປະຊຸມ Shangri-La ຈະຈັດກອງປະຊຸມຄົບຄະນະ 5 ຄັ້ງ ກ່ຽວກັບບັນດາຫົວເລື່ອງຄື: ການປະກອບຂອງອາເມລິກາ ໃຫ້ແກ່ຄວາມໝັ້ນຄົງຢູ່ພາກພື້ນ, ຊຸກຍູ້ການຮ່ວມມືດ້ານການທະຫານ; ແກ້ໄຂຄວາມເຄ່ັງຕຶງຍຸດທະສາດ; ແງ່ຫວັງສັນຕິພາບ ແລະ ຄວາມໝັ້ນຄົງຢູ່ ອາຊີ ປາຊີຟີກ, ຮັບປະກັບການແກ້ໄຂການປະທະກັນຢູ່ ອາຊີ ປາຊີຟີກ. ນອກນັ້ນ ຍັງຈັດໃຫ້ມີກອງປະຊຸມພິເສດ 5 ຄັ້ງ ກ່ຽວກັບສິ່ງທ້າທາຍຂອງການຮັກສາ ແລະ ຄຸ້ມຄອງບັນດາເຂດທະເລນອກຝັ່ງ, ຜົນສະທ້ອນຂອງກຳລັງການທະຫານໃຫມ່ ຢູ່ ອາຊີ- ປາຊີຟີກ, ອາຊຽນ ແລະ ຄວາມເປັນລະບຽບຮຽບຮ້ອຍຄວາມໝັ້ນຄົງຢູ່ພາກພື້ນ.
TAG
vovworld/vov/ຊຸກຍູ້ການຮ່ວມມື
Related






