ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງຕ້ອງຮັບປະກັນຄວາມກົມກຽວລະຫວ່າງຜົນປະໂຫຍດຂອງລັດແລະປະຊາຊົນ
16/06/2013 09:15
(vovworld)-ວັນທີ 17/6, ສະພາແຫ່ງຊາດປືກສາຫາລືຢູ່ຫໍປະຊຸມກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ

(vovworld) - ວັນທີ 17/6, ສະພາແຫ່ງຊາດປືກສາຫາລືຢູ່ຫໍປະຊຸມກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ. ສະມາຊິກສະພາແຫ່ງຊາດຫລາຍທ່ານຖືວ່າ, ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງສິ່ງສຳຄັນຕ້ອງເຮັດແນວໃດເພື່ອຮັບປະກັນຄວາມກົມກຽ່ວລະຫວ່າງຜົນປະໂຫຍດຂອງລັດ ແລະ ປະຊາຊົນ. ສສຊ ຫລາຍທ່ານເຫັນດີກັບການກຳນົດໃນຮ່າງສ້າງແຜນການ, ວາງແຜນກຳນົດນຳໃຊ້ທີ່ດິນລວມມີ 3 ຂັ້ນ, ຂັ້ນລັດ, ຂັ້ນແຂວງ ແລະ ຂັ້ນເມືອງ. ທ່ານ ລາງອກທວາງ ສສຊ ແຂວງລ່າວກາຍ ພາບ:diendandautu.vn ເມື່ອເວົ້າເຖິງບັນຫາກຳນົດລາຄາທີ່ດິນ, ທ່ານ ລາງອກທວາງ(La Ngọc Thoáng) ສສຊ ແຂວງ ກາວບັ່ງຖືວ່າ: ຄວນຄິດໄລ່ລາຄາທີ່ດິນຄືນເພື່ອຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ພິເສດແມ່ນທີ່ດິນກະສິກຳ. ຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງຕ້ອງມີການກຳນົດລາຄາຢ່າງຈະແຈ້ງເພື່ອທົດແທນໃຫ້ແກ່ຊາວກະສິກອນຢ່າງສົມເຫດສົມຜົນ.
TAG
ທີ່ດິນ
Related






