ກົມການເມືອງພົບປະກັບການນຳຂັ້ນສູງອອກກິນເບ້ຍບຳນານຢູ່ເຂດພາກເຫນືອ
16/05/2014 11:23
vovworld)- ຕອນບ່າຍວັນທີ 16/5, ຢູ່ ຮ່າໂນ້ຍ, ກົມການເມືອງໄດ້ຈັດຕັ້ງການພົບປະສັງສັນກັບການນຳຂັ້ນສູງຂອງພັກ, ລັດ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພົບປະກັບການນຳອອກ ກິນເບ້ຍບຳນານ ພາບປະກອບ:tienphong.vn (vovworld)- ຕອນບ່າຍວັນທີ 16/5, ຢູ່ ຮ່າໂນ້ຍ, ກົມການເມືອງໄດ້ຈັດຕັ້ງການພົບປະສັງສັນກັບການນຳຂັ້ນສູງຂອງພັກ, ລັດ ທີ່ໄດ້ອອກກິນເບ້ຍບຳນານຢູ່ເຂດພາກເຫນືອ ເພື່ອແຈ້ງຂ່າວພາຍໃນປະເທດ, ສາກົນ ແລະ ວຽກງານຊີ້ນຳນຳພາຂອງພັກ, ລັດ ໃນທຸກຂົງເຂດເສດຖະກິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດໃນໄລຍະຜ່ານມາ. ທ່ານເລຂາທິການໃຫຍ່ ຫງວຽນຟຸູຈ້ອງ ໄດ້ແລກປ່ຽນ, ຊີ້ແຈ້ງບາງເນື້ອໃນທີ່ກອງປະຊຸມສູນກາງພັກຄັ້ງທີ 9 ຜ່ານມາ, ກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ຢືນຢັນ: ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຕັດສິນໃຈປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ຮັກສາຜົນປະໂຫຍດແຫ່ງຊາດ, ຮັກສາໃຫ້ດ້ານການເມືອງມີຄວາມສະຖຽນລະພາບ ແລະ ສັນຕິພາບ ເພື່ອພັດທະນາປະເທດຊາດຢ່າງວ່ອງໄວ ແລະ ໝັ້ນຄົງ.
TAG
vovworld/vov/ພົບປະສັງສັນ
Related






