ລາຍການພົບປະ ແລກປ່ຽນວັດທະນະທຳ ໂຫ້ຍອານ - ຍີປຸ່ນ ຄັ້ງທີ່10 ປີ 2012
25/08/2012 12:20
ຕອນຄ່ຳວັນທີ 24/8 ຢູ່ນະຄອນໂຫ້ຍອານ ແຂວງ ກວາງນາມ, ໄດ້ໄຂ “ ລາຍການ ພົບປະແລກປ່ຽນວັດທະນະທຳ ໂຫ້ຍອານ - ຍີປຸ່ນຄັ້ງທີ 10 ປີ 2012 ຂຶ້ນ
ລາຍການ ພົບປະແລກປ່ຽນວັດທະນະທຳ ໂຫ້ຍອານ - ຍີປຸ່ນຄັ້ງທີ 10 ປີ 2012 ຫາກໍຖືກໄຂຂຶ້ນໃນຕອນຄ່ຳວັນທີ 24/8 ຢູ່ນະຄອນໂຫ້ຍອານ Vovworld- ຕອນຄ່ຳວັນທີ 24/8 ຢູ່ນະຄອນໂຫ້ຍອານ ແຂວງ ກວາງນາມ, ໄດ້ໄຂ “ ລາຍການ ພົບປະແລກປ່ຽນວັດທະນະທຳ ໂຫ້ຍອານ - ຍີປຸ່ນຄັ້ງທີ 10 ປີ 2012 ຂຶ້ນ. ນີ້ແມ່ນໜຶ່ງໃນບັນດາການເຄືອ່ນໄຫວສະເຫຼີມສະຫຼອງ 39 ປີແຫ່ງວັນສ້າງຕັ້ງການພົວພັນທາງດ້ານການທູດລະຫວ່າງຫວຽດນາມ - ຍີປຸ່ນ ແລະ ກໍແມ່ນເພື່ອມຸ່ງໄປສູ່ປີມິດຕະພາບຫວຽດນາມ - ຍີປຸ່ນ 2013 , ພ້ອມກັນນັ້ນ, ນີ້ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງປີທ່ອງທ່ຽວແຫ່ງຊາດເຂດແຄມທະເລຕອນໃຕ້ຂອງພາກກາງ - ເຫວ 2012 . ກ່າວຄຳເຫັນທີ່ພິທີໄຂ ທ່ານ Le Van Giang ປະທານຄະນະກຳມະການປະຊາຊົນນະຄອນ ໂຫ້ຍອານ ໃຫ້ຮູ້ວ່າ : “ ບັນດາເພື່ອນຍີປຸ່ນກໍຄື ໂຫ້ຍອ່ານ ໄດ້ນຳບັນດາປະເພດວັດທະນະທຳສິລະປະຍຸກປະຈຸບັນເຂົ້າໃນລາຍການ. ບັນດາກອງປະຊຸມສຳມະນາກ່ຽວກັບການປົກປັກຮັກສາເສີມຂະຫຍາຍຄຸນຄ່າມໍລະດົກ, ກ່ຽວກັບການພັດທະນາແບບຍືນຍົງ, ຮັກສາສິ່ງແວດລ້ອມ....ກໍຖືກສຸມໃສ່ປຶກສາຫາລື. ພ້ອມກັນເສີມຂະຫຍາຍສາຍພົວພັນທີ່ມີມາແຕ່ ກ່ວາ 400 ປີກ່ອນນີ້, ເຫດການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີປຸ່ນ ຄັ້ງທີ່ 10 ຍິ່ງເປັນການປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ປະເທດຫຼາຍກ່ວາອີກ ເພື່ອມຸ່ງໄປສູ່ການສະເຫຼີມ ສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ . ” ລາຍການພົບປະແລກປ່ຽນວັດທະນະທຳໂຫ້ຍອານ - ຍີປຸ່ນ ຄັ້ງທີ່10 ປີ 2012 ດຳເນີນແຕ່ວັນທີ 24 ຈົນຮອດວັນທີ 26/8 ຈຶ່ງຈະອັດລົງ .
Related






