ລັດເຊຍ ຢັ້ງຢືນວ່າ ອາດຈະສວມບົດບາດສຳຄັນຢູ່ຕາເວັນອອກກາງ
14/10/2019 07:29
(VOVWORLD) - ວັນທີ 13 ຕຸລາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຢືນຢັນວ່າ: ມົດສະກູ ອາດຈະສວມບົດບາດຫຼັກແຫຼ່ງຢູ່ພາກພື້ນຕາເວັນອອກກາງ ຍ້ອນມີການພົວພັນອັນດີງາມກັບ ອີຣານ ແລະ ທັງໂລກ ອາຣັບ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/TTXVN ) ເມື່ອຕອບສຳພາດຊ່ອງໂທລະພາບ Al Arabiya ຂອງ ອາຣັບບິ ຊະອຸດິ ກ່ອນການເດີນທາງຢ້ຽມຢາມປະເທດລາຊະອານາຈັກອິດສະລາມນີ້ຄັ້ງທຳອິດ ໃນກ່ວາທົດສະວັດທີ່ຜ່ານມາ, ທ່ານປະທານາທິບໍດີ Putin ຊີ້ແຈ້ງວ່າ: ທັງ ອາຣັບບິ ຊະອຸດິ ແລະ ສະຫະລັດ ອາຣັບ ເອມີເລດ (UAE) ລ້ວນແຕ່ບໍ່ຢາກສູ້ຢັນກັບ ອີຣານ. ການນຳ ລັດເຊຍ ຢືນຢັນວ່າ: ທ່ານກໍ່ມີການພົວພັນໃນນາມສ່ວນຕົວທີ່ສະໜິດສະໜົມກັບອົງມົງກຸດລາຊະກຸມມານ ອາຣັບບິ ຊະອຸດິ Mohammed bin Salman. ກ່ຽວຂ້ອງເຖິງບັນຫາ ອີຣານ, ທ່ານປະທານາທິບໍດີ Putin ຖືວ່າ: ໂຄງການລູກສອນໄຟຂອງປະເທດສາທາລະນະລັດອິດສະລາມ ຄວນໄດ້ຮັບການແກ້ໄຂໂດຍຕ່າງຫາກກັບໂຄງການນິວເຄຼຍຂອງ ເຕເຮຣານ. ໃນຂົງເຂດນ້ຳມັນ, ທ່ານ Putin ຖືວ່າ: ປະລິມານນ້ຳມັນທົ່ວໂລກຄວນໄດ້ຮັບການຫລຸດຜ່ອນລົງໃນລະດັບທີ່ເໝາະສົມ. ທ່ານຢືນຢັນວ່າ ຈະຮ່ວມມືກັບ ອາຣັບບິ ຊະອຸດິ ແລະ ບັນດາຄູ່ຮ່ວມມືອື່ນໆ ເພື່ອສະກັດກັ້ນກົນອຸບາຍກໍ່ຄວາມຂາດສະຖຽນລະພາບໃນຕະຫລາດນ້ຳມັນ. ກ່ຽວກັບສະພາບການ ຊີຣີ, ທ່ານປະທານາທິບໍດີ Putin ຊີ້ແຈ້ງວ່າ ບໍ່ວ່າລັດຖະທຳມະນູນໃໝ່ສະບັບໃດໆຢູ່ປະເທດຕາເວັນອອກກາງນີ້ ກໍ່ຕ້ອງຮັບປະກັນສິດຜົນປະໂຫຍດໃຫ້ແກ່ບັນດາກຸ່ມສາສະໜາ ແລະ ເຜົ່າພັນທັງໝົດ. ໄປຄຽງຄູ່ກັນນັ້ນ, ທ່ານປະທານາທິບໍດີ ລັດເຊຍ ກໍ່ເຊື່ອໝັ້ນວ່າ ອາຣັບບິ ຊະອຸດິ ສວມບົດບາດໃນການຊຸກຍູ້ຄວາມກ້າວໜ້າມຸ່ງໄປເຖິງຂໍ້ຕົກລົງການເມືອງຢູ່ ຊີຣີ.
TAG
VOV/VOVworld/ລັດເຊຍ/ຕາເວັນອອກກາງ
Related






