ລັດເຊຍຄັດຄ້ານຍຸດທະສາດປ້ອງກັນຄວາມສະຫງົບແຫ່ງຊາດໃຫມ່ຂອງອາເມລິກາ
26/03/2015 08:40
(vovworld)-ວັນທີ 25/3, ສະພາປ້ອງກັນຄວາມສະຫງົບສະຫະພັນລັດເຊຍ ໄດ້ຕຳນິຕິຕຽນຍຸດທະສາດປ້ອງກັນຄວາມສະຫງົບແຫ່ງຊາດ

ທ່ານປະທານາທິບໍດີ ລັດເຊຍV.Putin ພາບ:laodong.com.vn (vovworld)-ວັນທີ 25/3, ສະພາປ້ອງກັນຄວາມສະຫງົບສະຫະພັນລັດເຊຍ ໄດ້ຕຳນິຕິຕຽນຍຸດທະສາດປ້ອງກັນຄວາມສະຫງົບແຫ່ງຊາດໃຫມ່ຂອງອາເມລິກາ ແມ່ນກໍ່ຂາດສະຖຽນລະພາບ ແລະ ເຮັດໃຫ້ລັດເຊຍ ຢູ່ໂດດດ່ຽວ. ໃນຖະແຫລງການ, ສະພາປ້ອງກັນຄວາມສະຫງົບສະຫະພັນລັດເຊຍ ຖືວ່າ: ອາເມລິກາ ແລະ ບັນດາປະເພດພັນທະມິດຝ່າຍຕາເວັນຕົກ ຢາກສ້າງວິວັດການການເມືອງຕ້ານ ລັດເຊຍ ຢູ່ບັນດາປະເທດທີ່ສ້າງສາຍພົວພັນຄູ່ຮ່ວມມືກັບ ມົດສະກູ ກໍຄື ຫລຸດຜ່ອນຜົນສະທ້ອນຂອງລັດເຊຍ. ລັດເຊຍ ກ່າວຫາ ອາເມລິກາ ມີກົນອຸບາຍປ່ຽນແປງລະບອບການເມືອງຢູ່ລັດເຊຍ ດ້ວຍວິທີຍຸແຍ່ບັນດາການແຫ່ຂະບວນປະທ້ວງຄັ້ງໃຫຍ່. ທ່ານ Alexander Lukashevich, ໂຄສົກກະຊວງຕ່າງປະເທດລັດເຊຍ ຮຽກຮ້ອງອາເມລິກາ ແລະ ບັນດາປະເທດສະມາຊິກ NATO ຈົ່ງປະລະບັນດາບາດກ້າວເດີນລຳພັງຝ່າຍດຽວ ເພື່ອສ້າງຕັ້ງລະບົບປ້ອງກັນລູກສອນໄຟຢູ່ ເອີລົບ.
TAG
vovworld/ປ້ອງກັນຄວາມສະຫງົບ
Related






