VOV WorldVOV World
ລັດຖະບານຈັດ ກອງປະຊຸມ ປະຈຳເດືອນ11
02/12/2013 11:13
ວັນ​ທີ 2/12, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ 11 ຂອງ​ລັດຖະບານ.
ລັດຖະບານຈັດ ກອງປະຊຸມ ປະຈຳເດືອນ11
ພາບປະກອບ (vovworld) – ວັນ​ທີ 2/12, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ 11 ຂອງ​ລັດຖະບານ. ຕາມ​ບັນດາ​ສະມາ​ຊິກລັດຖະບານ​ແລ້ວ: ສະພາບ​​ເສດຖະກິດ ສັງຄົມ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ​ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຕັ້ງໜ້າ, ຖືກ​ທິດ, ພິ​ເສດ​ແມ່ນ​ໃນ​ການ​ຄວບ​ຄຸມ​ໄພ​ເງິ​ນ​ເຟີ້ ​ແລະ ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ດັດ​ຊະ​ນີລາຄາ​ໃຊ້​ສອຍ​ເດືອນ 11 ​ເພີ່ມ​ຂຶ້ນ 5,5% ​ເມື່ອ​ທຽບ​​ໃສ່​ເດືອນ 12/2012 ​ແລະ ຕຳ່ກ່ວາ​ຫຼາຍ​ເທື່ອ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ 3 ປີ​ກ່ອນ. ການ​ສົ່ງ​ອອກ​​ເຕີບ​ໂຕ​ສູງ​ພໍ​ສົມຄວນດ້ວຍ​ກ່ວາ 121 ຕື້ USD, ​ເພີ່ມ​ຂຶ້ນ​ກ່ວາ 16% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ 11 ​ເດືອນ ປີ 2012. ໜີ້​ເສຍ, ສິນຄ້າ​ຄ້າງ​ສາງ​ກໍ່​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ລະ​ກ້າວ.     ​ແລະ​ກໍ່​ໃນ​ວາລະ​ປະຊຸມ​ນີ້, ບັນດາ​ສະມາຊິກ​ລັດຖະບານ​ໄດ້​ປຶກສາ​ຫາລື, ປະກອບ​ຫຼາຍ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ສະຫລຸບ 5 ປີ​​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 7 (ຊຸດ​ທີ 10) ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ ​ແລະ​ຊົນນະບົດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຊີ້​ແຈ້ງວ່າ:    
TAG
vovworld/vov/ການເຕີບໂຕ/ໄພເງີນເຟີ້