VOV WorldVOV World
ລັດຖະບານດຳເນີນກອງປະຊຸມປະຈຳເດືອນ4/2014
29/04/2014 11:20
(vovworld)- ວັນ​ທີ 29/4, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ 4/2014 ຂອງ​ລັດຖະບານ
ລັດຖະບານດຳເນີນກອງປະຊຸມປະຈຳເດືອນ4/2014
ກອງ​ປະຊຸມ​ປະຈຳ​ເດືອນ 4/2014 ຂອງ​ລັດຖະບານຫວຽນາມ photo:chinhphu.vn (vovworld)- ວັນ​ທີ 29/4, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເປັນ​ປະທານ​ກອງ​ປະຊຸມ​ປະຈຳ​ເດືອນ 4/2014 ຂອງ​ລັດຖະບານ. ​ເມື່ອ​ສະຫລຸບ​ກອງ​ປະຊຸມ, ທ່ານ​ນາຍ​ົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ໃຫ້​ຂໍ້ສັງ​ເກດ​ວ່າ: ສະພາບ​ການ​ເສດຖະກິດ​ສັງຄົມ ​ໃນ 4 ​ເດືອນ​ຕົ້ນ​ປີ ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ​ໃນ​ທຸກ​ຂົ​ງ​ເຂດ. ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ​ໄພ​ເງິນ​ເຟີ້​ສາມາດຄວບ​ຄຸມ​ຢູ່ໃນລະດັບຕຳ່​ກວ່າ​ 6%, ອັດຕາ​ແລກປ່ຽນ​ເງິນຕາ​ເປັນ​ປົກກະຕິ, ການ​ສະສົມ​ເງິນຕາ​ຕ່າງປະ​ເທດ​ ​ແມ່ນ​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ສູງ. ທ່ານ​ນາຍົກລັດຖະມົນຕີ ສະ​ເຫ​ນີ ລັດຖະບານ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຈົ່ງ​ສຸ​ມ​ໃສ່​ຢ່າງ​ຂ້ຽວຂາດ​ເພີ່ມຄວາມ​ຕ້ອງການຂອງ​ພື້ນຖານ​ເສດຖະກິດ​ເພ່ືອ​ຮັບປະກັນ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ ຜ່ານ​ການ​ຍູ້​​ໄວ​ປ່ອຍ​ເງິນ​ລົງທຶນ​ຈາກ​ງົບປະມານ, ທຶນ ODA ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃນ​ການ​ປ່ອຍ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ, ​ເປັນ​ຕົ້ນ​ປະຕິບັດ​ວຽກ​ງານ​ບຸກ​ເບິ​ກຫນ້າ​ພຽງ​ໃຫ້​ແກ່​ບັນດາ​ໂຄງການ​ຄົມມະນາຄົມ​ຈຸດ​ສຸມ​ຢ່າງ​ຂ້ຽວຂາດ ​ແລະ ຮັບ​ປະກັນ​ທຶນ​ສົມທົບ ODA; ທະນາຄານ​ແຫ່ງ​ລັດ ກວດກາ​ຄືນ​ບັນດາ​ລະບຽບ​ການ, ກົນ​ໄກ​ປ່ອຍ​ເງິນຕາ​ມ​ຈິດ​ໃຈສະຫນັບສະຫນູນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ສຳ​ພັດ​ກັບ​ບ້ວງ​ສິນ​ເຊື່ອ ພ້ອມ​ກັບ​ແກ້​ໄຂ​ຫນີ້​ເສຍຢ່າງ​ຂ້ຽວຂາດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:
TAG
vovworld/vov/ກອງປະຊຸມປະຈຳເດືອນຂອງລັດຖະບານ