ລັດຖະມົນຕີການຕ່າງປະເທດອາເມລິກາ ແລະ ກູບາຈະພົບປະກັນຢູ່ວໍຊິງຕັນ
18/07/2015 11:47
(vovworld)- ກະຊວງການຕ່າງປະເທດອາເມລິກາປະກາດວ່າ ລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຈະມີການຕ້ອນຮັບ...

(ພາບປະກອບ) (vovworld)- ກະຊວງການຕ່າງປະເທດອາເມລິກາປະກາດວ່າ ລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຈະມີການຕ້ອນຮັບ ລັດຖະມົນຕີການຕ່າງປະເທດກູບາ Bruno Rodriguez ຫົວໜ້າຄະນະຜູ້ແທນເຈົ້າໜ້າທີ່ຂັ້ນສູງກູບາໄປວໍຊິງຕັນເຂົ້າຮ່ວມພິທີເປີດສະຖານທູດກູບາຢູ່ອາເມລິກາ ໃນວັນທີ 20/7. ຕາມໂຄສົກກະຊວງການຕ່າງປະເທດອາເມລິກາແລ້ວ, ທີ່ການຕ້ອນຮັບ, 2 ຝ່າຍຈະປຶກສາຫາລືບັນດາບັນຫາຄື ສຸຂະພາບຂອງທົ່ວໂລກ, ການນຳໃຊ້ການບໍລິການໂທລະຄົມຢູ່ກູບາ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ.
TAG
vovworld/ກູບາ/ອາເມລິກາ
Related






