VOV WorldVOV World
ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາກ່າວຫາຈີນກໍ່ຂາດຄວາມສະຖຽນລະພາບຢູ່ທະເລຕາເວັນອອກ
31/05/2014 10:00
(vovworld)- ວັນທີ 31/5, ກ່າວຄຳເຫັນທີ່ກອງປະຊຸມ Shangri- La 13, ທ່ານ Chuck Hagel
ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາກ່າວຫາຈີນກໍ່ຂາດຄວາມສະຖຽນລະພາບຢູ່ທະເລຕາເວັນອອກ
ທ່ານ Chuck Hagel photo:AFP (vovworld)- ວັນທີ 31/5, ກ່າວຄຳເຫັນທີ່ກອງປະຊຸມ Shangri- La 13, ທ່ານ Chuck Hagel, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຍົກອອກສານກົງ​ໄປ​ກົງ​ມາ​ເຖິງ​ຈີນ ຜ່ານ​ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ​ຂອງ​ ປັກ​ກີ​ງ ຢູ່ ກອງ​ປະ​ຊຸມ Shangri- La 13 ວ່າ: ​ໃນ​ຊຸມ​ເດືອນ​ມໍ່ໆ​ມາ​ນີ້, ຈີນ ​ໄດ້​ປະຕິບັດ​ບັນດາ​ການ​ກະທຳ​ລຳພັງ​ຝ່າຍ​ດຽວ ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ, ທວງ​ເອົາ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ ” ພ້ອມ​ທັງ​ຖະ​ແຫລ​ງວ່າ: ອາ​ເມ​ລິ​ກາ ຈະ​ບໍ່​ເມີນ​​ເສີຍ​ເມື່ອ​ບັນດາ​ຫລັກການ​ພື້ນຖານ​ຂອງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສາກົນ​ຖືກ​ສິ່ງ​ທ້າ​ທາຍ”. ທ່ານ Hagel ຖະ​ແຫລ​ງວ່າ: ວໍ​ຊິງ​ຕັນ“​ເດັດດ່ຽວ​ຄັດຄ້ານ​ບໍ່​ວ່າ​ປະ​ເທດ​ໃດ​ນຳ​ໃຊ້​ມາດ​ຕະການ​ນາບ​ຂູ່, ບັງຄັບ​ຫລື ນາບ​ຂູ່​ການ​ໃຊ້​ກຳລັງ​ອາວຸດ​ເພື່ອ​ທວງ​ເອົາ​ອະທິປະ​ໄຕ. ທ່ານ Hagel ​ເນັ້ນ​ຫນັກ​ວ່າ: ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ເມ​ລິ​ກາ ສຳລັບ​ບັນດາ​ປະ​ເທດ​ພັນທະ​ມິດ ​ແລະ ​ເພື່ອນ​ມິດ​ຢູ່ ອາຊີ ພ້ອມ​ທັງ​ຮຽກຮ້ອງ​ຊອກ​ຫາ​ມາດ​ຕະການ​ສັນຕິ​ໃຫ້​ແກ່​ຄວາມ​ຂັດ​ແຍ້​ງ​ໃນ​ສາກົນ.
TAG
vovworld/vov/ທວງ​ເອົາ​ອະທິປະ​ໄຕ