VOV WorldVOV World
ລັດຖະມົນຕີສຶກສາບຳລຸງສ້າງ ຕອບຄຳຖາມຂອງ ສສຊ.
25/11/2011 07:57
ສະມາຊິກ ຜູ້ ທີ 3 ຂອງ ລັດຖະບານ ຕອບ ບັນດາ ຄຳ ຖາມ ຂອງ ສສຊ ກ່ຽວ ກັບ ຄຸນ ນະພາ ບການ ສຶກສາ, ການ ບຳລຸງ ສ້າງ ຢູ່ ຊັ້ນ ມະຫາວິທະຍາ ໄລ, ບັນ ຫາ ວາງ ແຜນ, ສ້າງ ຕັ້ງ, ຍົກ ລະດັບ ບັນດາ ມະຫາວິທະຍາ ໄລ, ວິທະຍາ ໄລ
ລັດຖະມົນຕີສຶກສາບຳລຸງສ້າງ ຕອບຄຳຖາມຂອງ ສສຊ.
          ຕອນ ເຊົ້າ ວັນ ທີ 24/11 ແມ່ນ ມື້ ທີ ສອງ ຂອງ ວາລະ ຊັກ ຖາມ ທີ່ ກອງ ປະຊຸມ ສະ ໄໝ ສາມັນ ເທື່ອ ທີ 2 ສະພາ ແຫ່ງ ຊາດ ຫວຽດນາມ ຊຸດ ທີ 13, ທ່ານ ຟ້າ ມຫວູລ້ວນ ລັດຖະມົນຕີກະຊວງ ສຶກສາ ແລະ ບຳລຸງ ສ້າງ ແມ່ນ ສະມາຊິກ ຜູ້ ທີ 3 ຂອງ ລັດຖະບານ ຕອບ ບັນດາ ຄຳ ຖາມ ຂອງ ສສຊ. ບັນຫາ ຕົ້ນຕໍ ສະ ຫງວນ ໃຫ້ ແກ່ ຜູ້ນຳ ຂະ ແຫນງ ສຶກສາ ລວມມີ: ຄຸນ ນະພາ ບການ ສຶກສາ, ການ ບຳລຸງ ສ້າງ ຢູ່ ຊັ້ນ ມະຫາວິທະຍາ ໄລ, ບັນ ຫາ ວາງ ແຜນ, ສ້າງ ຕັ້ງ, ຍົກ ລະດັບ ບັນດາ ມະຫາວິທະຍາ ໄລ, ວິທະຍາ ໄລ, ການ ຮ່ວມ ສຳພັນ ໃນການ ບຳລຸງ ສ້າງ ປະລິຍາ ໂທ, ປະລິຍາ ເອກ, ສະພາບ ການ ພື້ນຖານ ທາງ ດ້ານ ວັດຖຸ ຂອງ ບັນດາ ມະຫາວິທະຍາ ໄລ, ການຂາດ ແຄ ນ ໂຮງຮຽນ ອະນຸບານ..           ທ່ານ ຟາ ນວັນ ເຈື່ອງ ສສຊ ແຂວງ ທາຍ ງວຽນ ຖື ວ່າ: ໄລຍະ ມໍ່ໆ ມາ ນີ້ ນັກຮຽນ, ນັກ ສຶກສາ ໄປ ຮຽນ ຢູ່ ຕ່າງປະ ເທດ ຫລາຍ ພໍ ສົມຄວນ ແຕ່ ບັນດາ ນັກຮຽນ ເຂົ້າ ມະຫາວິທະຍາ ໄລຕ່າງໆ ພາຍ ໃນ ປະ ເທດພັດບໍ່ ຄົບ ຕາມ ຄາດໝາຍ ແມ່ນບໍ່ວ່າ ຄຸນ ນະພາ ບການ ສຶກສາ ມະຫາວິທະຍາ ໄລ ປະຈຸ ບັນ ໄດ້ເຮັດ ໃຫ້ ນັກຮຽນ ແລະ ພໍ່ ແມ່ ນັກຮຽນ ບໍ່ ມີ ຄວາມ ເຊື່ອ ໝັ້ນ ອີກ. ກ່ຽວ ກັບ ບັນຫາ ນີ້ ທ່ານ ລັດຖະມົນຕີ ຟ້າ ມຫວູລ້ວນ ຮັບ ຮູ້ ວ່າ: ປະຈຸ ບັນຈຳນວນນັກຮຽນເຂົ້າຮຽນຢູ່ ມະຫາ ວິທະຍາ ໄລ ຫລາຍ ແຫ່ງ ຂຶ້ນ ກັບ ຂະ ແຫນງ ກະສິກຳ, ປ່າ ໄມ້, ວິທະຍາສາດ ສັງຄົມ, ສ້າງ ຄູ ບໍ່ ຄົບ ຕາມ ຄາດໝາຍ.