ລົງມືກໍ່ສ້າງຂົວເຊື່ອມຕໍ່ຊາຍແດນຫວຽດນາມ - ກຳປູເຈຍ
02/04/2013 09:42
ນີ້ແມ່ນກິດຈະກຳທີ່ຂຶ້ນກັບໂຄງການກໍ່ສ້າງເສັ້ນທາງອອກສູ່ດ່ານຊາຍແດນ, ພັດທະນາການຄ້າຊາຍແດນຂອງແຂວງ ໄຕນິງ ແລະ ບັນດາແຂວງຕິດກັບກຳປູເຈຍ.

(ພາບປະກອບ) (vovworld) - ຕອນເຊົ້າວັນທີ 02/04, ຢູ່ເມືອງ ເຕີນບຽນ, ແຂວງ ໄຕນິງ, ຄະນະກຳມະການປະຊາຊົນແຂວງໄຕນິງ (ຫວຽດນາມ) ແລະ ແຂວງ Prey Veng (ກຳປູເຈຍ) ໄດ້ເລີ່ມລົງມືກໍ່ສ້າງທາງ ແລະ ຂົວດ່ານຊາຍແດນເຕີນນາມ - Mon Chay, ທີ່ເຊື່ອມຕໍ່ຊາຍແດນຫວຽດນາມ - ກຳປູເຈຍ ດ້ວຍຍອດຈຳນວນທຶນປະມານ 2,2 ລ້ານ USD. ນີ້ແມ່ນກິດຈະກຳທີ່ຂຶ້ນກັບໂຄງການກໍ່ສ້າງເສັ້ນທາງອອກສູ່ດ່ານຊາຍແດນ, ພັດທະນາການຄ້າຊາຍແດນຂອງແຂວງ ໄຕນິງ ແລະ ບັນດາແຂວງຕິດກັບກຳປູເຈຍ. ຄາດວ່າ, ພາຍຫຼັງ 18 ເດືອນແຫ່ງການປະຕິບັດກິດຈະສຳເລັດການກໍ່ສ້າງ.
TAG
ໄຕນິງ
Related






