ມາເລເຊຍກຳນົດ8ບຸລິມະສິດໃນປີອາຊຽນ
22/01/2015 09:06
(vovworld)- 8 ບຸລິມະສິດ ໂດຍທ່ານ Zamruni Khalid, ຮອງຫົວຫນ້າກົມຄະນະພົບພັນຕ່າງປະເທດ ສັງກັດຄະນະເລຂາແຫ່ງຊາດ ອາຊຽນ- ມາເລເຊຍ(AMNS)

ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Razak ພາບ:dantri.com (vovworld)- 8 ບຸລິມະສິດ ໂດຍທ່ານ Zamruni Khalid, ຮອງຫົວຫນ້າກົມຄະນະພົບພັນຕ່າງປະເທດ ສັງກັດຄະນະເລຂາແຫ່ງຊາດ ອາຊຽນ- ມາເລເຊຍ(AMNS) ເຕື້ອງເຖິງໃນວັນທີ 21/01 ລວມມີ: ສ້າງຕັ້ງປະຊາຄົມ ອາຊຽນ ຢ່າງເປັນທາງການ, ສ້າງວິໄສທັດປະຊາຄົມ ອາຊຽນ ພາຍຫລັງປີ 2015 ແລະ ບັນດາເອກະສານຄັດຕິດ, ເຮັດໃຫ້ ອາຊຽນ ໃກ້ຊິດຕິດແທດກັບປະຊາຊົນກວ່າ, ເພີ່ມທະວີການພັດທະນາວິສາຫະກິດຂະຫນາດກາງ ແລະ ນ້ອຍ ໃນພາກພື້ນ, ເປີດກວ້າງດ້ານການຄ້າ ແລະ ການລົງທຶນພາຍໃນກຸ່ມ, ເພີ່ມທະວີບັນດາລະບອບນະໂຍບາຍອາຊຽນ, ຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ແລະ ເພີ່ມທະວີບົດບາດຂອງ ອາຊຽນ ຄືດັ່ງປັດໄຈທົ່ວໂລກ. ຕາມທ່ານ Zamrunzi ແລ້ວ, ຫົວຂໍ້ອາຊຽນ 2015 ນັ້ນແມ່ນ “ປະຊາຊົນຂອງພວກເຮົາ, ປະຊາຄົມຂອງພວກເຮົາ, ວິໄສທັດຂອງພວກເຮົາ”ເລີ່ມມາຈາກຫົວຂໍ້ລວມໃຫ້ແກ່ປີມາເລເຊຍ ເປັນປະທານອາຊຽນ ນັ້ນແມ່ນ “ອາຊຽນ ຖືປະຊາຊົນເປັນໃຈກາງ” ແລະ ບາດກ້າວຂອງ ອາຊຽນມຸ່ງໄປເຖິງປະຊາຊົນ ຄືໄດ້ລະບຸໄວ້ໃນກົດບັດ ອາຊຽນ.
TAG
vovworld/ຂະຫນາດກາງ
Related






