ມະຫາຄອບຄົວບັນດາເຜົ່າຫວຽດນາມຮ່ວມແຮງຮ່ວມໃຈສ້າງສາແລະປົກປັກຮັກສາປະເທດຊາດ
29/06/2014 08:09
(vovworld)- ສະເຫລີມສະຫລອງວັນຄອບຄົວຫວຽດນາມ(28/6), ຕອນຄຳ່ວັນທີ 28/6 ຢູ່ໝູ່ບ້ານວັດທະນະທຳບັນດາເຜົ່າຫວຽດນາມ
ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ (vovworld)- ສະເຫລີມສະຫລອງວັນຄອບຄົວຫວຽດນາມ(28/6), ຕອນຄຳ່ວັນທີ 28/6 ຢູ່ໝູ່ບ້ານວັດທະນະທຳບັນດາເຜົ່າຫວຽດນາມ ທີ່ເຊີນໄຕ ນະຄອນຮ່າໂນ້ຍ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດຕັ້ງລາຍການສິລະປະພາຍໃຕ້ຫົວເລື່ອງວ່າ: ມະຫາຄອບຄົວບັນດາເຜົ່າຫວຽດນາມກັບພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.” ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ພ້ອມກັບຜູ້ຕາງຫນ້າບັນດາກະຊວງ, ຂະແຫນງການ ແລະ ປະຊາຊົນກວ່າ 200 ຄົນທີ່ຕາງຫນ້າໃຫ້ 32 ຊົນເຜົ່າ ມາຈາກ 8 ແຂວງ, ນະຄອນໄດ້ເຂົ້າຮ່ວມ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເນັ້ນຫນັກວ່າ: ວັນຄອບຄົວຫວຽດນາມ ແມ່ນໂອກາດເພື່ອໃຫ້ປະຊາຊົນຫວຽດນາມ ຢືນຢັນຄຸນຄ່າພິເສດຂອງຄອບຄົວໃນປະຫວັດສາດແຫ່ງການພັດທະນາຂອງປະເທດຊາດ ແລະ ຕັດສິນໃຈສ້າງສາ ແລະ ພັດທະນາຄອບຄົວຫວຽດນາມ ມີຄວາມຜາສຸກປະຈຸບັນ ແລະ ອະນາຄົດ. ທ່ານຫງວຽນທ້ຽນເຍີນ ສະເຫນີວ່າ:
TAG
vovworld/vov/ວັນຄອບຄົວ
Related






