ມອບຄ້ອງບັ້ງໃຫ້ແກ່ເຂດອະນຸສອນ ສະຖານປະທ່ານໂຮ່ຈິມິນ ຢູ່ ສປປລາວ
02/10/2012 09:46
ມອບຄ້ອງບັ້ງໃຫ້ແກ່ເຂດອະນຸສອນສະຖານປະທ່ານໂຮ່ຈິມິນ ຢູ່ ສປປລາວ

ຄ້ອງບັ້ງມອບໃຫ້ແກ່ລາວ (ພາບ:langvietonline.vn) (VOV)- ສະມາຄົມມໍລະດົກວັດທະນະທຳລາມກິງ ແຂວງແທງຮົວ ຫາກໍ່ຝາກເອກະສານທາງການ ໄປຍັງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມ ອະນຸຍາດມອບຄ້ອງບັ້ງງທີ່ຫາກໍ່ຫຼໍ່ໃໝ່ໃຫ້ແກ່ເຂດອະນຸສອນສະຖານປະທານໂຮ່ຈິມິນ ທີ່ບ້ານຊຽງວາງ, ເມືອງໜອງບົກ ແຂວງຄຳມ່ວນ. ນີ້ແມ່ນຂໍສະເໜີທີ່ເຕັມໄປດ້ວຍຄວາມໝາຍ ໃນໂອກາດປີສາມັກຄີມິດຕະພາບຫວຽດນາມ-ລາວ 2012, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ, ນ້ຳໃຈສາມັກຄີແບບພິເສດຫວຽດນາມ-ລາວ. ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມ ໄດ້ສະເໜີໃຫ້ຄະນະຮັບຜິດຊອບຫໍພິພິຕະພັນໄກສອນ ພົມວິຫານ ຮັບຄ້ອງບັ້ງດັ່ງກ່າວ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ສະມາຄົມມໍລະດົກວັດທະນະທຳລາມກິງ ແຂວງແທງຮົວ ນຳເອົາຄ້ອງບັ້ງພ້ອມກັບຄະນະສິລະປະກອນໄປລາວ ແລະ ຈັດພິທີມອບຄ້ອງບັ້ງໃຫ້ແກ່ເຂດອະນຸສອນສະຖານປະທານໂຮ່ຈິມິນ ທີ່ບ້ານຊຽງວາງ, ເມືອງໜອງບົກ ແຂວງຄຳມ່ວນ ຊື່ງຄາດວ່າຈະດຳເນີນໃນຕົ້ນເດືອນ 12/2012.
TAG
ກອງທອງມອບໃຫ້ແກ່ລາວ
Related






