VOV WorldVOV World
ມອບລາງວັນ ແລະ ງານວາງສະແດງການແຂ່ງຂັນຮູບຖ່າຍສິລະປະສາກົນ “ຄວາມເອກອ້າງທະນົງໃຈ ຮ່າໂນ້ຍ”
11/10/2019 07:40
(VOVWORLD) - ຕອນບ່າຍວັນທີ 10 ຕຸລາ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີມອບລາງວັນ ແລະ ງານວາງສະແດງການແຂ່ງຂັນຮູບຖ່າຍສິລະປະສາກົນ “ຄວາມເອກອ້າງທະນົງໃຈ ຮ່າໂນ້ຍ” ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນປົດປ່ອຍນະຄອນຫລວງ.
ມອບລາງວັນ ແລະ ງານວາງສະແດງການແຂ່ງຂັນຮູບຖ່າຍສິລະປະສາກົນ “ຄວາມເອກອ້າງທະນົງໃຈ ຮ່າໂນ້ຍ”
ພາຍຫລັງການປຸກລະດົມມາເປັນເວລາ 9 ເດືອນ, ຄະນະຈັດຕັ້ງໄດ້ຮັບຮູບຖ່າຍ 2.659 ແຜ່ນຈາກນັກຖ່າຍຮູບ 430 ຄົນທີ່ມາຈາກ 8 ປະເທດລວມມີ: ຫວຽດນາມ, ອິນເດຍ, ສິງກະໂປ, ມາເລເຊຍ, ມຽນມາ, ແອັດສະປາຍ, ຟີລິບປີນ ແລະ ຍີ່ປຸ່ນ.  ພິທີມອບລາງວັນ ແລະ ງານວາງສະແດງການແຂ່ງຂັນຮູບຖ່າຍສິລະປະສາກົນ         ຄະນະກຳມະການໃຫ້ຄະແນນໄດ້ເລືອກເອົາຮູບດີເດັ່ນ 16 ແຜ່ນເພື່ອມອບລາງວັນ ໃນນັ້ນ ມີ 15 ແຜ່ນ ແມ່ນເປັນຂອງນັກຖ່າຍຮູບ ຫວຽດນາມ ແລະ 1 ແຜ່ນແມ່ນຂອງນັກຖ່າຍຮູບ ສິງກະໂປ.
TAG
VOV/VOVworld/ລາງວັນ/ງານວາງສະແດງ/ຮູບຖ່າຍສິລະປະສາກົນ