ມອບຜົນການສັນນະສູດADNເພື່ອຮັບຮູ້ລາຍຊື່ນັກຮົບເສຍສະຫລະຊີວິດຢູ່ແນວຮົບ
03/02/2016 11:06
(vovworld)- ຕອນເຊົ້າວັນທີ 3/2, ຢູ່ ຮ່າໂນ້ຍ ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໄດ້ປະກາດ ແລະ ມອບຜົນການສັນນະສູດ AND ຄັ້ງທີ 3

ຍາດຕິພີ່ນ້ອງນັກຮົບເສຍສະຫລະຊີວິດຮັບຜົນການສັນນະສູດ ADN (vovworld)- ຕອນເຊົ້າວັນທີ 3/2, ຢູ່ ຮ່າໂນ້ຍ ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໄດ້ປະກາດ ແລະ ມອບຜົນການສັນນະສູດ ADN ຄັ້ງທີ 3 ເພື່ອຮັບຮູ້ລາຍຊື່ນັກຮົບເສຍສະຫລະຊີວິດ ຊື່ງແມ່ນທະການອາສາສະໝັກ ຫວຽດນາມ ແລະ ຊ່ຽວຊານການທະຫານຫວຽດນາມ ທີ່ເສຍສະຫລະຢູ່ແນວຮົບ 31 ຂຶ້ນກັບທົ່ງໄຫຫີນ ແຂວງ ຊຽງຂວາງ ປະຈຸບັນ ພວມຝັງສົບຢູ່ສຸສານນັກຮົບເສຍສະຫລະຊີວິດ ມິດຕະພາບ ຫວຽດນາມ - ລາວ ເມືອງ ແອງເຊີນ ແຂວງ ເງ້ອານ. ໃນຄັ້ງທີ 3 ນີ້, ຜົນການສັນນະສູດ ADN ສົບຂອງນັກຮົບເສຍສະຫລະຊີວິດ 94 ຄົນ ໃນຈຳນວນອັດຖິນັກຮົບເສຍສະຫລະຊີວິດ 1.179 ຄົນ ຊື່ງແມ່ນທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານທີ່ເສຍສະຫລະຊີວິດເພື່ອຊາດຢູ່ ແນວຮົບ 31.
TAG
vovworld/ທະຫານເສຍອົງຄະ
Related






