ມິດຕິງສະເຫລີມສະຫລອງ35ປີແຫ່ງວັນໄຊຊະນະສົງຄາມປົກປັກຮັກສາເຂດຊາຍແດນທາງທິດຕາເວັນຕົກພາກໃຕ້
05/01/2014 08:59
vovworld)- ງານໂຮມຊຸມນຸມມິດຕິງດຳເນີນໄປໃນຕອນເຊົ້າວັນທີ 5/1/2014 ຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ, ປະທານສະພາແຫ່ງຊາດກຳປູເຈຍ Samdec Heng Samrin

(vovworld)- ງານໂຮມຊຸມນຸມມິດຕິງດຳເນີນໄປໃນຕອນເຊົ້າວັນທີ 5/1/2014 ຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ, ປະທານສະພາແຫ່ງຊາດກຳປູເຈຍ Samdec Heng Samrin, ທ່ານນາງຮອງນາຍົກລັດຖະມົນຕີ ກຳປູເຈຍ Men Sam An ພ້ອມດ້ວຍການນຳພັກ, ລັດຫວຽດນາມຫລາຍທ່ານ. ງານໂຮມຊຸມນຸມມິດຕິງແມ່ນເພື່ອຮັບຮູ້ເຫດການປະຫວັດສາດຍິ່ງ ດ້ວຍການຊ່ວຍເຫລືອອັນໃຫຍ່ຫລວງຂອງພັກ, ລັດຫວຽດນາມ, ການສະຫນັບສະຫນູນຢ່າງສຸດຈິດສຸດໃຈຂອງກອງທັບ ແລະ ປະຊາຊົນຫວຽດນາມ, ບັນດາກຳລັງຮັກຊາດຂອງກຳປຸູເຈຍ ໄດ້ປົດປ່ອຍປະເທດຊາດ, ລົບລ້າງລະບອບດັບສູນເຊື້ອຊາດເພື່ອເປີດໄລຍະໃຫມ່ໃຫ້ແກ່ປະເທດກຳປູເຈຍ. ບັນດາຜູ້ແທນເຂົ້າຮ່ວມງານໂຮມຊຸມນຸມມິດຕິງ photo:baomoi.com ອ່ານສູນທອດພົດທີ່ພິທີ, ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນ: 35 ປີກ່ອນນີ້ ປະຊາຊົນຫວຽດນາມ ແລະ ກຳປູເຈຍ ປາດຖະຫນາຢາກໄດ້ດຳລົງຊີວິດໃນສັນຕິພາບເພື່ອຟື້ນຟູ ແລະ ພັດທະນາປະເທດຊາດພາຍຫລັງສົງຄາມມາເປັນເວລາຫລາຍປີ ແຕ່ ກຸ່ມ Polpot, Ieng Sary, Khieu Samphan ໄດ້ປະຕິບັດນະໂຍບາຍດັບສູນເຊື້ອຊາດຢູ່ ກຳປູເຈຍ ແລະ ຮຸກຮານເຂດຊາຍແດນທາງທິດຕາເວັນຕົກພາກໃຕ້ຫວຽດນາມ. ໃນເວລາ 3 ປີ 8 ເດືອນ 20 ວັນ, ລະບອບ Pol Pot ໄດ້ເຂັ່ນຂ້າຊາວກຳປູເຈຍ ເກືອບ 3 ລ້ານຄົນ, ລົບລ້າງທຸກຮາກຖານສັງຄົມ ແລະ ຍູ້ປະເທດກຳປູເຈຍ ຕົກເຂົ້າສູ່ໄພຖືກດັບສູນ. ສຳລັບຫວຽດນາມ, ພວກເຂົາໄດ້ເສກສັນປັ້ນແຕ່ງປະຫວັດສາດ, ລະດົມກຳລັງແຮງການທະຫານເພື່ອດຳເນີນສົງຄາມຮຸກຮານເຂດຊາຍແດນທາງທິດຕາເວັນຕົກພາກໃຕ້ຂອງຫວຽດນາມ. ໄປຮອດໃສພວກເຂົາກໍທຳລາຍບ້ານເມືອງ, ເຂັ່ນຂ້າປະຊາຊົນຢ່າງທໍລະມານ ນັບທັງຜູ້ເຖົ້າຜູ້ແກ່, ແມ່ຍິງເດັກນ້ອຍ, ລະເມີດເອກະລາດ, ອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງຫວຽດນາມ. ຕໍ່ຫນ້າບັນດາການກະທຳຮຸກຮານ ແລະ ດັບສູນຢ່າງທໍລະມານຂອງລະບອບ Pol Pot, ໂດຍຕອບຄຳຮຽກຮ້ອງຂອງແນວໂຮມສາມັກຄີກູ້ຊາດ ກຳປູເຈຍ, ຂອງປະຊາຊົນກຳປູເຈຍ, ພັກ, ລັດ, ປະຊາຊົນ ແລະ ກອງທັບຫວຽດນາມ ໄດ້ປະຕິບັດສິດປ້ອງກັນຕົນເອງອັນຊອບທຳ, ພ້ອມກັບກຳລັງປະກອບອາວຸດ, ປະຊາຊົນກຳປູເຈຍ ແລະ ການສະຫນັບສະຫນູນຂອງເພື່ອນມິດສາກົນຕີເອົາຊະນະລະບອບດັບສູນເມື່ອວັນທີ 7/1/1979. ທ່ານປະທານປະເທດເຈືອງເຕີນຊາງ ເນັ້ນຫນັກວ່າ:
TAG
vovworld/vov/ງານໂຮມຊຸມນຸມມິດຕິງ
Related






