VOV WorldVOV World
ມີພະຍານຫລັກຖານ ຕື່ມອີກກ່ຽວກັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂອງຫວຽດນາມ
14/05/2014 06:32
(vovworld) - ຕອນ​ບ່າຍ​ວັນ​ທີ 13/5 ຢູ່ ຮ່າ​ໂນ້ຍ, ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ຮັບ ​ແລະ ປະກາດ​ຊຸດ Altas ​ໂລກ,
ມີພະຍານຫລັກຖານ ຕື່ມອີກກ່ຽວກັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂອງຫວຽດນາມ
ພິທີ​ຮັບ ​ແລະ  ປະກາດ​ຊຸດ Altas ​ໂລກ, Bruxells 1827 photo:dantri.com.vn  (vovworld) - ຕອນ​ບ່າຍ​ວັນ​ທີ 13/5 ຢູ່ ຮ່າ​ໂນ້ຍ, ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ຮັບ ​ແລະ  ປະກາດ​ຊຸດ Altas ​ໂລກ, Bruxells 1827, ຢືນຢັນ​ອະທິປະ​​ໄຕສຳລັບ​ໝູ່​​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາຂອງ​ຫວຽດນາມ ທີ່​ບໍ່​ອາດ​ປະ​ຕິ​ເສດ​ໄດ້​. ຊຸດ Atlas ​ໂລກ ​ໂດຍ​ນັກ​ພູມ​ສາດ ຊາວ​ຝລັ່ງ Philippe Vandermaelen ​ແຕ້ມ ​ແລະ ​ຖືກ​ພິມ​ຈຳຫນ່າຍ​ເມື່ອ​ປີ 1827. ນີ້​ແມ່ນ​ແຜນ​ທີ່​​ແຜ່ນ​ທຳ​ອິດ ​ທີ່ໄດ້​ແຕ້​ມຢ່າງ​ຊັດ​ເຈນ​ກ່ຽວ​ກັບທີ່​ຕັ້ງ, ພູມ​ສາດ, ​ຊື່​ເອີ້ນດ​້ວຍພາສາ ຝ່າ​ຍຕາ​ເວັນ​ຕົກຂອງບັນດາ​ໝູ່​ເກາະ​ແຫ່ງ​ໃຫຍ່​ສຸດ ​ແລະ ສຳຄັນ​ທີ່​ສຸດ​ໃນ​ໝູ່​ເກາະ​ຮ່ວາງ​ຊາ. ​ໃນ​ຊຸດ Atlas, ​ແຜ​ນທີ່​ບັນດາ​ປະ​ເທດ ອາຊີ ລວມມີ 111 ​ແຜ່ນ. ​ແຜ່ນ​ທີ 106 ​ແມ່ນ​ແຕ້ມ​ເສັ້ນ​ຝັ່ງທະ​ເລ​ພາກ​ກາງ​ຫວຽດນາມ ຈາກ​ເສັ້ນ​ຂະຫນານ 12 ຮອດ​ ​ເສັ້ນ​ຂະຫນານ 16. ຢູ່​ນອກ​ຝ່ັງ, ໝູ່​ເກາະ​ຮ່ວາງ​ຊາ ຖືກ​ແຕ້ມ​ຢ່າງ​ລະອຽດ ​ແລະ ຊັດ​ເຈນ ​ໃນ​ເສັ້ນ​ຂະຫນານ 16 ​ຮອດ 17 ອົງສາ  ​ແລະ ​ເສັ້ນ​ແວງ 109 ຮອດ 111 ອົງສາ. ຂົ້ວໃຕ້​ຂອງ​ຈີນ ພຽງ​ຮອດ​ໝູ່​ເກາະ​ໄຮ່​ຫນານ, ບໍ່ຮອດ​​ເສັ້ນ​ຂະຫນານ 18 ອົງສາ. ທ່ານ ຫງວຽນ​ບັກ​ຊອນ, ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​ໃຫ້​ຮູ້​ວ່າ​:
TAG
vovworld/vov/ເສັ້ນ​ຂະຫນານ