ມຸ່ງໄປເຖິງການບູລະນະເສັ້ນທາງຊົນນະບົດຢູ່ຫວຽດນາມແບບຍືນຍົງ
04/04/2013 10:09
ກອງປະຊຸມສຳມະນາ “ມຸ່ງໄປເຖິງການບູລະນະເສັ້ນທາງຊົນນະບົດຢູ່ ຫວຽດນາມ ແບບຍືນຍົງ”

ພາບປະກອບ:internet (vovworld)- ມຸ່ງໄປເຖິງການບູລະນະເສັ້ນທາງຊົນນະບົດຢູ່ ຫວຽດນາມ ແບບຍືນຍົງ ແມ່ນຫົວຂໍ້ຂອງກອງປະຊຸມສຳມະນານອນໃນໂຄງການປະຕິບັດໂຄງການຄົມມະນາຄົມຊົນນະບົດ 3 ໂດຍກະຊວງຄົມມະນາຄົມຂົນສົ່ງ ສົມທົບກັບທະນາຄານໂລກ (WB) ຈັດຕັ້ງຂຶ້ນໃນວັນທີ 4/4 ຢູ່ ຮ່າໂນ້ຍ. ກອງປະຊຸມສຳມະນາໄດ້ຮັບການຈັດຕັ້ງຂຶ້ນເພື່ອແນະນຳໂດຍສັງເຂບກ່ຽວກັບສະພາບຕົວຈິງການບູລະນະຢູ່ ຫວຽດນາມ ແລະ ແຜນການສະຫນອງທຶນໃຫ້ແກ່ວຽກງານບູລະນະຜ່ານກອງທຶນບູລະນະທາງບົກ. ໂຄງການດັ່ງກ່າວໄດ້ຮັບການຜັນຂະຫຍາຍຢູ່ 33 ແຂວງ, ນະຄອນ ຂອງຫວຽດນາມ. ຈຸດໝາຍຂອງໂຄງການແມ່ນລົງທຶນສ້າງລະບົບເສັ້ນທາງຄົມມະນາຄົມຊົນນະບົດເພື່ອຍົກສູງເງື່ອນໄຂໄປມາຂອງປະຊາຊົນ, ຍົກສູງຄວາມສາມາດສຳພັດຂອງບັນດາທ້ອງຖິ່ນຢູ່ເຂດຫ່າງໄກສອກຫລີກກັບບັນດາສູນເສດຖະກິດ, ວັດທະນະທຳ, ສັງຄົມ. ຮອດປີ 2012, ໂຄງການດັ່ງກ່າວໄດ້ຍົກລະດັບເສັ້ນທາງຄົມມະນາຄົມໄດ້ປະມານ 2.100 ກິໂລແມດ ແລະ ບູລະນະສຳເລັດ ຂົວ ແລະ ເສັ້ນທາງຢູ່ຂັ້ນເມືອງໄດ້ 13.000 ກິໂລແມດ.
TAG
ເສັ້ນທາງ
Related






