ນະຄອນ ໂຮ່ຈີມິນ ຕ້ອງມີໂຄງການເຄື່ອນໄຫວລະອຽດ ເພື່ອຜັນຂະຫຍາຍມະຕິຂອງພັກ
01/04/2026 07:38
[VOVWORLD] - ຕອນເຊົ້າວັນທີ 1 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານກອງປະຊຸມຮັບຮອງເອົາບົດລາຍງານຂອງຄະນະກວດກາ, ຕິດຕາມ ສະບັບເລກທີ 11 (ງວດທີ 1) ສຳລັບຄະນະປະຈຳຄະນະພັກນະຄອນ ໂຮ່ຈີມິນ.

260401_am_10_-_anh_1.jpg ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ ເມື່ອກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ນະຄອນ ໂຮ່ຈີມິນ ມີຂອບຂະໜາດໃຫຍ່ທີ່ສຸດໃນທົ່ວປະເທດ ດ້ວຍທ່າແຮງຫຼາຍຢ່າງ. ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕກວ່າ 10%, ລະດັບການເຕີບໂຕ 6 ເດືອນຕົ້ນປີ 2026 ຂອງ ນະຄອນ ກໍຕ້ອງບັນລຸໄດ້ຢ່າງໜ້ອຍສຸດແມ່ນກວ່າ 10%. ດັ່ງນັ້ນ, ທ່ານປະທານສະພາແຫ່ງຊາດສະເໜີໃຫ້ ນະຄອນ ເອົາໃຈໃສ່ເຖິງບາງເນື້ອໃນ, ມາດຕະການຈຸດສຸມ, ຍູ້ແຮງການປ່ອຍເງິນລົງທຶນພາກລັດ, ສຸມໃສ່ບັນດາໂຄງການພື້ນຖານໂຄງລ່າງຄົມມະນາຄົມ, ບັນດາກິດຈະກຳຈຸດສຸມເພື່ອເອົາການລົງທຶນພາກລັດ ນຳພາການລົງທຶນສັງຄົມ. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໃສ່ເນື້ອໃນດັ່ງນີ້: 260401_am_10_-_anh_2.jpg
TAG
VOV/VOVWORLD/ນະຄອນ ໂຮ່ຈີມິນ/VOV5/ວິໄສທັດ
Related





