ນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ຕອບຄຳຊັກຖາມຂອງ ສສຊ
26/11/2011 05:38
ໝວດບັນຫາທີ່ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ໋ງເຕື້ອງເຖິງໃນການຕອບຄຳຊັກຖາມ ສສຊ ແມ່ນ ວຽກງານບໍລິຫານ, ປະຕິບັດຫນ້າທີ່ ແຜນການ ປີ 2011-2012 ແລະ ຊຸມປີຕໍ່ໄປ.
ຕອນເຊົ້າວັນທີ 25/11, ນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູ໋ງ ໄດ້ຕອບຄຳຊັກຖາມໂດຍກົງຂອງ ສສຊ. ບັນດາໝວດບັນຫາທີ່ທ່ານນາຍົກລັດຖະມົນຕີເຕື້ອງເຖິງນັ້ນແມ່ນ ວຽກງານບໍລິຫານ, ປະຕິບັດຫນ້າທີ່ ແຜນການ ປີ 2011-2012 ແລະ ຊຸມປີຕໍ່ໄປ, ບັນຫາສ້າງໂຄງປະກອບເສດຖະກິດຄືນໃຫມ່ ແລະ ບັນດາມາດຕະການ, ການບູລິມະສິດຊຸກຍູ້ການພັດທະນາກະສິກຳ, ຊົນນະບົດ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ລັດຖະບານພວມຊີ້ນຳການຜັນຂະຫຍາຍຫລາຍມາດຕະການເພື່ອຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ. ນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ໃຫ້ຮູ້ວ່າ: ລັດຖະບານຈະມີຫລາຍມາດຕະການເພື່ອແກ້ໄຂຄວາມຫຍູ້ງຍາກໃຫ້ແກ່ວິສາຫະກິດ. ນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງເນັ້ນຫນັກວ່າ:
Related






