ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບປະທານ ສະພາແຫ່ງຊາດ ກຳປູເຈຍ
24/07/2012 09:15
ຕອນບ່າຍວັນທີ 23/7 ຢູ່ ຮ່າໂນ້ຍ, ທ່ານ Nguyen Tan Dung ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Samdech Heng Samrin ປະທານສະພາແຫ່ງຊາດ ກຳປູເຈຍ ພວມຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ໃຫ້ການຕ້ອນຮັບທ່ານ Samdech Heng Samrin ປະທານສະພາແຫ່ງຊາດ ກຳປູເຈຍ ພາບ: internet (vovworld) - ຕອນບ່າຍວັນທີ 23/7 ຢູ່ ຮ່າໂນ້ຍ, ທ່ານ Nguyen Tan Dung ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Samdech Heng Samrin ປະທານສະພາແຫ່ງຊາດ ກຳປູເຈຍ ພວມຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ. ນະທີ່ນີ້ ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ເນັ້ນຫນັກວ່າ: ຫວຽດນາມ ຍາມໃດກໍຖືການພົວພັນມິດຕະພາບທີ່ເປັນມູນເຊື້ອໝັ້ນຄົງຍາວນານກັບ ກຳປູເຈຍເປັນສຳຄັນ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງມີປະສິດທິຜົນກວ່າໃນທຸກຂົງເຂດຄື: ການເມືອງ, ການທູດ, ເສດຖະກິດ, ວັດທະນະທຳ, ການສຶກສາ, ການພົວພັນແລກປ່ຽນປະຊາຊົນ.. ທ່ານນາຍົກລັດຖະມົນຕີ Nguyen Tan Dung ສະເຫນີໃຫ້ສອງຝ່າຍສົມທົບກັນຢ່າງແຫນ້ນແຟ້ນ, ຈັດຕັ້ງການເຄື່ອນໄຫວສະເຫລີມສະຫລອງປີມິດຕະພາບ ຫວຽດນາມ ແລະ ກຳປູເຈຍ 2012 ຢ່າງມີປະສິດທິຜົນ; ສູ້ຊົນປະຕິບັດວຽກງານຂີດຂັ້ນ, ປັກຫລັກໝາຍຊາຍແດນທາງບົກຖືກກັບລະດັບຄວາມໄວ; ກໍ່ສ້າງເສັ້ນຊາຍແດນ ຫວຽດນາມ - ກຳປູເຈຍໃຫ້ກາຍເປັນເສັ້ນຊາຍແດນສັນຕິພາບ, ການຮ່ວມມື ມິດຕະພາບ ແລະ ພັດທະນາ.
TAG
ສະພາແຫ່ງຊາດ
Related






