VOV WorldVOV World
ນາຍົກລັດຖະມົນຕີຫງວຽນເຕີນຢູງຢືນຢັນ:ຫວຽດນາມເປັນເຈົ້າການຕັ້ງຫນ້າປະຕິບັດວິໄສທັດປະຊາຄົມອາຊຽນໃນປີ2025
28/10/2015 10:56
(vovworld)- ​ຕອນ​ບ່າຍ​ວັນ​ທີ 28/10 ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ປາ​ໄສ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ
ນາຍົກລັດຖະມົນຕີຫງວຽນເຕີນຢູງຢືນຢັນ:ຫວຽດນາມເປັນເຈົ້າການຕັ້ງຫນ້າປະຕິບັດວິໄສທັດປະຊາຄົມອາຊຽນໃນປີ2025
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ພາບ:internet (vovworld)- ​ຕອນ​ບ່າຍ​ວັນ​ທີ 28/10 ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ປາ​ໄສ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ອາ​ຊຽນ ຄັ້ງ​ທີ 13, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ອາ​ຊຽນ + 3 ຄັ້ງ​ທີ 14 ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ. ເຂົ້າ​ຮ່ວມກອງ​ປະ​ຊຸມ ມີ​ລັດ​ຖະ​ມົນ​ຕີ, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ, ເຈົ້າ​ຫນ້າ​ທີ່​ຂອງ​ຂະ​ແຫນງ​ສິ່ງ​ແວດ​ລ້ອມບ​ັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ຈີນ, ຍີ່​ປຸ່ນ, ສ​ເກົາ​ຫລີ ແລະ ເລ​ຂາ​ທິ​ການ​ໃຫຍ່ ອ​າ​ຊຽນ ເລ​ເລືອງ​ມີງ. ກ່າວ​ຄຳ​​ປາ​ໄສໄຂ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ປະ​ຕິ​ບັດ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ ປີ 2025, ຫວຽດ​ນາມ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ກຳ​ລັງ​ເຫື່ອ​ແຮງ​ຂອງ​ຕົນ​ໃຫ້​ແກ່​ການ​ຮ່ວມ​ມື​ພາກ​ພື້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ແຈ້ງວ່າ: ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຍາມ​ໃດ​ກ​ໍ​ຖື​ເປັນ​ສຳ​ຄັນ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຮັກ​ສາ​ຊີ​ວະ​ນາໆ​ພັນ, ນຳ​ໃຊ້ ແລະ ຄຸ້ມ​ຄອງ​ບັນ​ດາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ ດ້ວຍ​ຫລາຍ​ໝາກ​ຜົນ​ຕັ້ງ​ຫນ້າ. ອາ​ຊຽນ ກໍ​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ແມ່​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ຍູ້​ແຮງ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:        
TAG
vovworld/ສິ່ງ​ແວດ​ລ້ອມ