VOV WorldVOV World
ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບປະທານ ກຸ່ມບໍລິສັດການເງິນ ຮານາ ຂອງ ສ.ເກົາຫຼີ
11/11/2019 12:01
(VOVWORLD) -ຕອນບ່າຍວັນທີ 11 ພະຈິກ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ກິມຢຸງຕາຍ ປະທານກຸ່ມບໍລິສັດການເງິນ ຮານາ ຂອງ ສ.ເກົາຫຼີ
ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບປະທານ ກຸ່ມບໍລິສັດການເງິນ ຮານາ ຂອງ ສ.ເກົາຫຼີ
 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ       ທ່ານ ກິມຢຸງຕາຍ ປະທານກຸ່ມບໍລິສັດການເງິນ ຮານາ ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ແຈງວ່າ ການພົວພັນຮ່ວມມືລະຫວ່າງຫວຽດນາມ-ສ.ເກົາຫຼີ ສືບຕໍ່ມີທ່າພັດທະນາອັນດີງາມໃນທຸກດ້ານ. ດັ່ງນັ້ນ, ການຮ່ວມມືລະຫວ່າງ ກຸ່ມບໍລິສັດການເງິນ ຮານາ ແລະທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ແມ່ນປະກົດການທີ່ມີຊີວິດຊີວາຂອງສາຍພົວພັນນີ້. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ ກຸ່ມບໍລິສັດການເງິນ ຮານາ ແລະທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ເພີ່ມທະວີ ແລະ ເປີດກ້ວາງການຮ່ວມມື. ລັດຖະບານຫວຽດນາມຈະອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີ ເຂົ້າມາເຄື່ອນໄຫວຢູ່ຫວຽດນາມຢ່າສງສຳເລັດຜົນ.      ສ່ວນ ທ່ານ ກິມຢຸງຕາຍ ປະທານກຸ່ມບໍລິສັດການເງິນ ຮານາ ໃຫ້ຮູ້ວ່າ ກຸ່ມບໍລິສັດນີ້ ໄດ້ກາຍເປັນຂາຫຸ້ນຍຸດທະສາດຂອງ BIDV ແລະ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ກຸ່ມບໍລິສັດຍູ້ແຮງການຮ່ວມມື, ທຳມາຄ້າຂາຍ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຢູ່ຫວຽດນາມ.
TAG
VOV/VOVworld/ສ.ເກົາຫຼີ