ນາຍົກລັດຖະມົນຕີການາດາຄົນໃໝ່ຈະຮັບດຳລົງຕຳແໜ່ງໃນວັນທີ 4/11
02/11/2015 04:57
ນາຍົກລັດຖະມົນຕີການາດາຄົນໃໝ່ຈະຮັບດຳລົງຕຳແໜ່ງໃນວັນທີ 4/11

ນາຍົກລັດຖະມົນຕີ ການາດາ ຜູ້ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ຂອງການາດາ Justin Trudeau ທີ່ການປະຊຸມຂ່າວຢູ່ Ottawa (ພາບ: THX/TTXVN) (vovworld) - ຫ້ອງວ່າການອຳນາດເຕັມ ການາດາ ຫາກໍ່ແຈ້ງໃຫ້ຮູ້ວ່າ, ນາຍົກລັດຖະມົນຕີ ການາດາ ຜູ້ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ Justin Trudeau, ປະທານພັກເສລີ (LIB) ຈະສາບານຕົວຮັບດຳລົງຕຳແໜ່ງຢ່າງເປັນທາງການໃນວັນທີ 4/11 ພ້ອມກັບບັນດາສະມາຊິກຄົນໃໝ່ໃນລັດຖະບານ 25 ທ່ານ. ຜູ້ມີອຳນາດເຕັມການາດາ David Johnston ຈະເປັນປະທານພິທີດັ່ງກ່າວ. ດ້ວຍໄຊຊະນະໃນການເລືອກຕັ້ງທົ່ວປະເທດຄັ້ງທີ 42 ໃນວັນທີ 19/10, ທ່ານ Justin Trudeau ຈະກາຍເປັນນາຍົກລັດຖະມົນຕີທີ 23 ຂອງປະເທດ ອາເມລິກາເໜືອນີ້, ທັງເປັນນາຍົກລັດຖະມົນຕີໜຸ່ມທີ 2 ໃນປະຫວັດສາດການາດາ.
TAG
vovworld
ການາດາ
Related






