ນາຍົກລັດຖະມົນຕີຄົນໃຫມ່ຂອງ ຝ່າຍຄ້ານ ຊີຣີ ຖະແຫລງບໍ່ໂອ້ລົມສົນທະນາ
20/03/2013 08:40
ວັນທີ 19/3, ທ່ານ Ghassan Hitto ນາຍົກລັດຖະມົນຕີຄົນໃຫມ່ຫາກໍ່ໄດ້ຮັບການເລືອກຕັ້ງຈາກກຳລັງຝ່າຍຄ້ານ ຊີຣີ ໄດ້ປະຕິເສດໂອ້ລົມສົນທະນາກັບອຳນາດການປົກຄອງຂອງປະທານາທິບໍດີ ຊີຣີ Bashar Assad

ທ່ານ Ghassan Hitto ພາບ:internet (vovworld) - ວັນທີ 19/3, ທ່ານ Ghassan Hitto ນາຍົກລັດຖະມົນຕີຄົນໃຫມ່ຫາກໍ່ໄດ້ຮັບການເລືອກຕັ້ງຈາກກຳລັງຝ່າຍຄ້ານ ຊີຣີ ໄດ້ປະຕິເສດໂອ້ລົມສົນທະນາກັບອຳນາດການປົກຄອງຂອງປະທານາທິບໍດີ ຊີຣີ Bashar Assad. ກ່າວຄຳເຫັນທີ່ ນະຄອນ Istanbul ປະເທດຕວກກີ ພາຍຫລັງໄດ້ຮັບການບົ່ງຕົວດຳລົງຕຳແຫນ່ງໃຫມ່, ທ່ານ Ghassan Hitto ເນັ້ນຫນັກວ່າ ຈະບໍ່ມີການໂອ້ລົມສົນທະນາກັບອຳນາດການປົກຄອງຂອງປະທານາທິບໍດີ Assad ແລະ ບັນດາສະມາຊິກໃນຄະນະລັດຖະບານຂອງທ່ານ Assad ຈະຖືກນຳຂຶ້ນສານພິພາກສາພາຍຫລັງກຳລັງຝ່າຍຄ້ານຢືດເອົາອຳນາດການປົກຄອງ. ກ່ອນຫນ້ານັ້ນ ກຳລັງຝ່າຍຄ້ານ ຊີຣີ ໄດ້ຈັດຕັ້ງກອງປະຊຸມຢູ່ນະຄອນ Istanbul ປະເທດ ຕວກກີ ເພື່ອເລືອກເຟັ້ນນາຍົກລັດຖະມົນຕີ ນຳພາລັດຖະບານຊົ່ວຄາວຂອງກຳລັງຝ່າຍຄ້ານ ແລະ ບໍລິຫານບັນດາເຂດທີ່ເຂົາເຈົ້າພວມຄວບຄຸມ.
TAG
ໂອ້ລົມສົນທະນາ
Related






