ນະຄອນເກີນເທີໂຄສະນາການລົງທຶນຢູ່ແບນຊິກ
21/02/2014 08:14
(vovworld)- ຄະນະການນຳບັນດາວິສາຫະກິດນະຄອນເກີນເທີ ໄດ້ເດີນທາງໄປຢ້ຽມຢາມລາຊະອານາຈັກແບນຊິກ .....

ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳແບນຊິກ ແລະ ລຸກຊຳບວກ ຝ້າມແຊງເຈົາ ກ່າວຄຳເຫັນທີ່ການສົ່ງເສີມລົງທຶນຢູ່ແບນຊິກ (ພາບ: Vietnam+) (vovworld)- ຄະນະການນຳບັນດາວິສາຫະກິດນະຄອນເກີນເທີໂດຍທ່ານຮອງປະທານຄະນະກຳມະການປະຊາຊົນ ວໍ້ແທ່ງທົ້ງ ນຳໜ້າ ໄດ້ເດີນທາງໄປຢ້ຽມຢາມລາຊະອານາຈັກແບນຊິກ ແຕ່ວັນທີ 20-24/2. ວັນທີ 20/2, ຢູ່ສຳນັກງານສະຖານທູດຫວຽດນາມປະຈຳແບນຊິກ, ບັນດາວິສາຫະກິດນະຄອນເກີນເທີ ໄດ້ມີການພົບປະເຈລະຈາກັບບັນດານັກລົງທຶນແບນຊິກ ເພື່ອແນໃສ່ໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນຂອງເກີນເທີເພື່ອດຶງດູດການລົງທຶນ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳແບນຊິກ ແລະ ລຸກຊຳບວກ ຝ້າມແຊງເຈົາ ເນັ້ນໜັກວ່າ ນີ້ແມ່ນກາລະໂອກາດເພື່ອຊ່ວຍນະຄອນເກີນເທີເວົ້າສະເພາະ ແລະ ຫວຽດນາມເວົ້າລວມ ແນະນຳ ແລະ ຊອກຫາກາລະໂອກາດຮ່ວມມືລົງທຶນຈາກບັນດາວິສາຫະກິດແບນຊິກໃນສະພາວະທີ່ນັກລົງທຶນຫຼາຍຄົນຂອງແບນຊິກໃນປະຈຸບັນມີຄວາມສົນໃຈເຖິງຕະຫຼາດເຂດທົງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມທີ່ສຸດ. ເນື່ອງໃນໂອກາດນີ້, ຄະນະບັນດາວິສາຫະກິດນະຄອນເກີນເທີກໍໄດ້ເຮັດວຽກກັບການນຳແຂວງ Flanders ຕາເວັນອອກ ເພື່ອກະກຽມໃຫ້ແກ່ງານຕະຫຼາດນັດ Accenta 2014 ຊຶ່ງຈະຖືກໄຂຂຶ້ນໃນເດືອນ 9 ຢູ່ນະຄອນ Gent .
TAG
vov/vovorld/ແບນຊິກ/ຫວຽດນາມ/ລົງທຶນ
Related






