VOV WorldVOV World
ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກິມ​ເງິນ ພົບ​ປະ​ນັກຮົບ “​ເຮັດ​ວຽກ​ດີພັນ​ຢ່າງ” 72 ຄົນ
15/05/2013 09:06
ການ​ເຄື່ອນ​ໄຫວຫລາຍ​ຢ່າງ​ເພື່ອ​ສະ​ເຫລີ​ມສະຫລອງ 72 ປີ​ແຫ່ງ​ວັນ​ສ້າງ​ຄັ້ງ​ກອງ​ເຍົາວະ​ຊົນ​​ໂຮ່ຈິ​ມິນ ນຳ​ຫນ້າ (15/5/1941-15/5/2013) ​ໄດ້​ດຳ​ເນີນ​ໄປ​ໃນ​ທົ່ວ​ປະ​ເທດ
ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກິມ​ເງິນ ພົບ​ປະ​ນັກຮົບ “​ເຮັດ​ວຽກ​ດີພັນ​ຢ່າງ” 72 ຄົນ
ພາບປະກອບ:internet (vovworld) - ການ​ເຄື່ອນ​ໄຫວຫລາຍ​ຢ່າງ​ເພື່ອ​ສະ​ເຫລີ​ມສະຫລອງ 72 ປີ​ແຫ່ງ​ວັນ​ສ້າງ​ຄັ້ງ​ກອງ​ເຍົາວະ​ຊົນ​​ໂຮ່ຈິ​ມິນ ນຳ​ຫນ້າ (15/5/1941-15/5/2013) ​ໄດ້​ດຳ​ເນີນ​ໄປ​ໃນ​ທົ່ວ​ປະ​ເທດ. ​ຕອນ​ເຊົ້າ​ວັນທີ 15/5, ຢູ່ ຮ່າ​ໂນ້ຍ, ທ່ານນາງ ຫງວຽນທິກິມ​ເງິນ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ມີ​ການ​ພົບ​ປະ​ສັງ​ສັນກັບນັກຮົບ “​ເຮັດ​ວຽກ​ດີພັນ​ຢ່າງ” 72 ຄົນ. ທ່ານນາງ​ຮອງປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​ວ່າ: 50 ປີຜ່ານມາ, ຂະ​ບວນການ​ເຮັດ​ວຽກ​ດີພັນ​ຢ່າງ​ໄດ້​ຮັບ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຈາກ​​ ເຍົາວະ​ຊົນ​ໃນ​ທົ່ວ​ປະ​ເທດ, ສ້າງ​ເປັນ​ເຄື່ອງໝາຍ​ໃຫ້​ແກ່​ເຍົາວະ​ຊົນ ຫວຽດນາມ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນ​ດາ​ຜົນງານ​ພົ້ນ​ເດັ່ນ​ທີ່​ ບັນດານັກຮົບພິລະອາດຫານອາຍຸ​ນ້ອຍບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ຕັກ​ເຕືອນ​ໃຫ້​ບັນດາ​ນັກຮົບ​ເຍົາວະ​ຊົນ​ດຸ​ໝັ່ນ, ຮູ້​ຄວາມ, ພະຍາຍາມ​ຮຳ່ຮຽນ​ເພື່ອ​​ກາຍ​ເປັນ​ພົນລະ​ເມືອງ​ຜູ້​ທີ່​ດີ ມີຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຄອບຄົວ ​ແລະ ສັງຄົມ, ປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ.
TAG
ເຍົາວະຊົນ